ຫລາຍປະເທດເຂົ້າຮ່ວມການຊ້ອມຮົບຕ້ານການແຜ່ຂະຫຍາຍອາວຸດລ້າງຜານ

(VOVWORLD) -ວັນທີ 10 ກັນຍາ, ກຳລັງການທະຫານຫລາຍປະເທດໃນໂລກ ໄດ້ສິ້ນສຸດການຊ້ອມຮົບທີ່ແກ່ຍາວ 4 ວັນ ແຕ່ວັນທີ 6-10 ກັນຍາ ຢູ່ ລັດ Queesland ອົດສະຕາລີ ໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ ເພື່ອແນໃສ່ສະກັດກັ້ນການແຜ່ຂະຫຍາຍອາວຸດລ້າງຜານ. 

ຫລາຍປະເທດເຂົ້າຮ່ວມການຊ້ອມຮົບຕ້ານການແຜ່ຂະຫຍາຍອາວຸດລ້າງຜານ - ảnh 1 ການຊ້ອມຮົບຕ້ານການແຜ່ຂະຫຍາຍອາວຸດລ້າງຜານ

ພາບ:stripes

ການຊ້ອມຮົບໄດ້ຮັບຖືວ່າ ແມ່ນສ່ວນຫນຶ່ງໃນການປະຕິບັດຂໍ້ລິເລີ່ມຄວາມໝັ້ນຄົງນິວເຄຼຍ ໂດຍ ອະດີດປະທານາທິບໍດີ ອາເມລິກາ G. Bush ປຸກລະດົມເມື່ອປີ 2003.

ລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕາລີ ຊີ້ແຈ້ງວ່າ ການຊ້ອມຮົບດັ່ງກ່າວແມ່ນສົ່ງສານຈະແຈ້ງໃຫ້ທຸກເປົ້າໝາຍທີ່ມີເຈດຕະນາແຜ່ຂະຫຍາຍອາວຸດລ້າງຜານວ່າ ການເຄື່ອນໄຫວຂອງເຂົາເຈົ້າພວມຖືກຕິດຕາມກວດກາ ແລະ ບັນດາປະເທດເຂົ້າຮ່ວມຂໍ້ລິເລີ່ມຄວາມໝັ້ນຄົງນິວເຄຼຍ ໄດ້ກຽມພ້ອມການກະທຳເພື່ອສະກັດກັ້ນຜ່ານການປະຕິບັດກົດໝາຍທັງຢູ່ພາຍໃນ ແລະ ສາກົນ. 

ຕອບກັບ

ຂ່າວ/ບົດ​ອື່ນ