ການຕ້ອນຮັບຄະນະຜູ້ແທນ ສະຫະພັນອຸດສາຫະກຳ ອິນເດຍ
(ພາບ: Doãn Tấn/TTXVN)
|
(vovworld) – ຕອນບ່າຍວັນທີ 2/11, ກ່າວຄຳເຫັນທີ່ການຕ້ອນຮັບສະຫະພັນອຸດສາຫະກຳ ອິນເດຍ ໂດຍທ່ານ Naushad Forbes, ປະທານສະຫະພັນ, ທັງເປັນປະທານກຸ່ມບໍລິສັດ Forbes Masha Pvt Ltd ນຳໜ້າມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ສະແດງຄວາມປາດຖະໜາຢາກໃຫ້ບັນດາວິສາຫະກິດ ອິນເດຍ ມາລົງທຶນຢູ່ ຫວຽດນາມ ຫຼາຍກ່ວາອີກ. ທ່ານຮອງນາຍົກລັດຖະມົນຕີ ຕີລາຄາບັນດາສະມາຊິກຂອງສະຫະພັນລ້ວນແຕ່ແມ່ນບັນດາວິສາຫະກິດທີ່ມີຄວາມເຂັ້ງແຂງຂອງ ອິນເດຍ, ພວມເຂົ້າຮ່ວມການລົງທຶນບັນດາຂົງເຂດທີ່ ຫວຽດນາມ ໃຫ້ບຸລິມະສິດພັດທະນາຄືພະລັງງານໄຟຟ້າ, ພະລັງງານຜະລິດຄືນໃໝ່, ເຕັກໂນໂລຢີຂໍ້ມູນຂ່າວສານ… ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ບັນດາວິສາຫະກິດ ອິນເດຍ ຊຸກຍູ້ການຮ່ວມມື, ລົງທຶນເຂົ້າບັນດາໂຄງການແຜນການໄຟຟ້າເລກ 7 ຂອງ ຫວຽດນາມ, ພິເສດແມ່ນຊຸກຍູ້ໂຄງການໄຟຟ້າພະລັງຄວາມຮ້ອນ ລອງແຄ໋ງ. ນອກນັ້ນ, ບັນດາວິສາຫະກິດ ອິນເດຍ ກໍ່ສາມາດເຂົ້າຮ່ວມບັນດາລະບົບມູນຄ່າຂອງ ຫວຽດນາມ ໃນຂົງເຂດຕ່ຳແຜ່ນຕັດຫຍິບ, ເກີບໜັງ ເມື່ອສັນຍາຄູ່ຮ່ວມມືຂ້າມ ປາຊີຟິກ (TPP) ມີຜົນສັກສິດໃນໄລຍະຈະມາເຖິງ.
ສ່ວນທ່ານ Naushad Forbes ໃຫ້ຮູ້ວ່າ, ການມາຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ ຂອງສະຫະພັນເພື່ອຫັນບັນດາເນື້ອໃນການເຮັດວຽກຂອງທ່ານນາຍົກລັດຖະມົນຕີ ອິນເດຍ Narenda Modi ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເມື່ອເດືອນ 9 ຢູ່ ຫວຽດນາມ ໃຫ້ເປັນລະອຽດ, ສະແດງໃຫ້ເຫັນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ ແລະ ນະໂຍບາຍການເຄື່ອນໄຫວມຸ່ງໄປເຖິງທິດຕາເວັນອອກຂອງ ລັດຖະບານ ອິນເດຍ.
ແລະກໍ່ໃນວັນທີ 2/11, ຢູ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ໄດ້ສົມທົບກັບສະຖານທູດ ອິນເດຍ ປະຈຳ ຫວຽດນາມ ຈັດຕັ້ງເວທີປາໄສວິສາຫະກິດ ຫວຽດນາມ - ອິນເດຍ.