ຫວຽດນາມ ຄັດຄ້ານເລື່ອງຈີນຈັບ ກຳປັ່ນຫາປາຂອງຫວຽດນາມ.
ທ່ານ ໂຄສົກກະຊວງການຕ່າງປະເທດຫວຽດນາມ Luong Thanh Nghi |
(vovworld) - ວັນທີ 21/3 ເມື່ອຕອບຄຳຖາມຂອງນັກຂ່າວທີ່ຢາກໃຫ້ຮູ້ກ່ຽວກັບປະຕິກິລິຍາຂອງຫວຽດນາມ ຕໍ່ເລື່ອງຈີນໄດ້ຈັບຕົວ ແລະ ພວມກັກຂັງຊາວປະມົງ 21 ຄົນ ແລະ ກຳປັ່ນຫາປາ 2 ລຳຂອງຫວຽດນາມ, ໂຄສົກກະຊວງການຕ່າງປະເທດຫວຽດນາມ Luong Thanh Nghi ຊີ້ແຈງວ່າ: ໝູ່ເກາະ Hoang Sa ແມ່ນອະທິປະໄຕຂອງຫວຽດນາມ. ເລື່ອງຈີນ ຈັບຕົວ, ກັກຂັງ ແລະ ກີດຂວາງຊາວປະມົງຫວຽດນາມທີ່ພວມເຄື່ອນໄຫວຫາປາຢູ່ເຂດທະເລທີ່ຂຶ້ນກັບໝູ່ເກາະ Hoang Sa ແມ່ນການລ່ວງລະເມີດອະທິປະໄຕ, ສິດຕັດສິນດ້ວຍຕົນເອງຂອງຫວຽດນາມຢ່າງຮ້າຍແຮງ. ຫວຽດນາມຄັດຄ້ານການກະທຳນີ້ຂອງຝ່າຍຈີນ, ຮຽກຮ້ອງໃຫ້ຝ່າຍຈີນ ປ່ອຍຕົວບັນດາຊາວປະມົງ ແລະ ກຳປັ່ນຫາປາດັ່ງກ່າວໂດຍບໍ່ມີເງື່ອນໄຂ, ຢຸດຕິເລື່ອງຈັບຕົວ, ກີດຂວາງຊາວປະມົງ ຫວຽດນາມ ເຄື່ອນໄຫວຫາປາຢູ່ບັນດາເຂດທະເລຂອງຫວຽດນາມ. ຜູ້ຕາງຫນ້າກະຊວງການຕ່າງປະເທດຫວຽດນາມ ໄດ້ພົບປະກັບສະຖານທູດຈີນ ສົ່ງຈົດໝາຍທາງການໃນນັ້ນຊີ້ແຈງ ຫລັກໝັ້ນຂອງຫວຽດນາມ ແລະ ພວມສືບຕໍ່ຕໍ່ສູ້ເພື່ອແກ້ໄຂກໍລະນີດັ່ງກ່າວ, ຮັບປະກັນຜົນປະໂຫຍດອັນຊອບທຳຂອງຊາວປະມົງຫວຽດນາມ.