ຫວຽດນາມ ຄວນມີນະໂຍບາຍເໝາະສົມເພື່ອສົ່ງເສີມເສດຖະກິດແບ່ງປັນ

(VOVWORLD) - ບັນດານັກຊ່ຽວຊານຂອງ ອົດສະຕາລີ ຖືວ່າ: ເສດຖະກິດແບ່ງປັນດ້ວຍພື້ນຖານເຕັກໂນໂລຊີ, ໝູນໃຊ້ພື້ນຖານແບ່ງປັນແມ່ນກາລະໂອກາດເພື່ອໃຫ້ ຫວຽດນາມ...
ຫວຽດນາມ ຄວນມີນະໂຍບາຍເໝາະສົມເພື່ອສົ່ງເສີມເສດຖະກິດແບ່ງປັນ - ảnh 1ກອງປະຊຸມສຳມະນາຈັດຕັ້ງໃນວັນທີ 12 ກໍລະກົດ
 

ຕອນເຊົ້າວັນທີ 12 ກໍລະກົດ, ຢູ່ຮ່າໂນ້ຍ, ກະຊວງແຜນການ ແລະ ການລົງທຶນໄດ້ສົມທົບກັບກະຊວງວິທະຍາສາດເຕັກໂນໂລຊີ ແລະ ສະຖານທູດ ອົດສະຕາລີ ປະຈຳ ຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ “ເສດຖະກິດແບ່ງປັນ: ບັນດາທ່າອ່ຽງໃຫຍ່ ແລະ ຜົນກະທົບເຖິງພື້ນຖານເສດຖະກິດ ຫວຽດນາມ”.

        ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານເສດຖະກິດທັງຢູ່ພາຍໃນ ແລະ ຕ່າງປະເທດ ຢັ້ງຢືນວ່າ ເສດຖະກິດແບ່ງປັນ ໄດ້ປະກອບສ່ວນປ່ຽນແປງວິທີການດຳເນີນທຸລະກິດທີ່ເປັນມູນເຊື້ອ. ບັນດານັກຊ່ຽວຊານຂອງ ອົດສະຕາລີ ຖືວ່າ: ເສດຖະກິດແບ່ງປັນດ້ວຍພື້ນຖານເຕັກໂນໂລຊີ, ໝູນໃຊ້ພື້ນຖານແບ່ງປັນແມ່ນກາລະໂອກາດເພື່ອໃຫ້ ຫວຽດນາມ ບືນຕົວອອກປະເທດທຸກຍາກຈັດເຂົ້າກຸ່ມປະເທດມີລາຍຮັບປານກາງຄືສິງກະໂປ, ມາເລເຊຍ, ຈີນ ເຄີຍຜ່ານຜ່າ. ທ່ານ ຫງວຽນແມ້ງຫາຍ, ຫົວໜ້າຄະນະນະໂຍບາຍພາກລັດ, ສະຖາບັນຄົ້ນຄ້ວາຄຸ້ມຄອງເສດຖະກິດສູນກາງ, ໄດ້ຍົກອອກຄຳເຫັນວ່າ:

        “ມີ 3 ປັດໄຈຕັດສິນຜົນງານຂອງເສດຖະກິດແບ່ງປັນ ແມ່ນມະນຸດໄດ້ຮັບການບຳລຸງສ້າງເພື່ອສ້າງເສດຖະກິດແບ່ງປັນ, ພື້ນຖານເຕັກໂນໂລຊີທີ່ດີ ແລະ ນະໂຍບາຍສະດວກເພື່ອພັດທະນາ. ນະໂຍບາຍນັ້ນຕ້ອງເຮັດແນວໃດເພື່ອສົ່ງເສີມການປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງ ແລະ ສົ່ງເສີມຄວາມສາມາດຮ່ຳຮຽນເອງຂອງແຕ່ລະຄົນ.”

 

ຕອບກັບ

ຂ່າວ/ບົດ​ອື່ນ