ຫວຽດນາມ - ຄູ່ຮ່ວມມືຍຸດທະສາດຂອງ ຈີເລ ໃນ ອາຊຽນ

(VOVWORLD) -ວັນທີ 20 ມັງກອນ, ເມື່ອຕອບສຳພາດໃນຂອບເຂດການຢ້ຽມຢາມ ຫວຽດນາມ, ທ່ານ Rodrigo Yanez, ຮອງລັດຖະມົນຕີກະຊວງພົວພັນເສດຖະກິດ ຈີເລ ໃຫ້ຮູ້ວ່າ ຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ ແມ່ນແນໃສ່ຊຸກຍູ້ການພົວພັນ 2 ຝ່າຍ ແລະ ເປີດກ້ວາງບັນດາຂົງເຂດຮ່ວມມືໃນຂອບເຂດສັນຍາການຄ້າເສລີ (FTA) ກ່ວາອີກ ເຊິ່ງ ຫວຽດນາມ ແລະ ຈີເລ ລົງນາມໃນປີ 2011, ພິເສດແມ່ນໃນຂົງເຂດການລົງທຶນ ແລະ ການບໍລິການ.
ຫວຽດນາມ - ຄູ່ຮ່ວມມືຍຸດທະສາດຂອງ ຈີເລ ໃນ ອາຊຽນ - ảnh 1  ທ່ານ Rodrigo Yáñez. (ພາບ: latercera.com)

ເພື່ອເສີມຂະຫຍາຍບັນດາຂໍ້ຕົກລົງໃນ FTA ຢ່າງມີປະສິດທິຜົນ, ທ່ານ Rodrigo Yanez ຖືວ່າ: ຫວຽດນາມ ແລະ ຈີເລ ຄວນເພີ່ມທະວີການຮ່ວມມືໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ, ການບໍລິການ ແລະ ເສດຖະກິດດີຈີຕອນ, ພ້ອມກັນກວດກາຄືນໃໝ່ບັນຊີລາຍຊື່ບັນດາຜະລິດຕະພັນ ແລະ ຂະແໜງອາຊີບທີ່ໄດ້ຮັບຜົນປະໂຫຍດຈາກຂໍ້ຕົກລົງນີ້.

        ທ່ານຮອງລັດຖະມົນຕີ ທ່ານ Rodrigo Yanez ຕີລາຄາສູງເລື່ອງ ຫວຽດນາມ ເລີ່ມຕົ້ນອາຍຸການປະທານ ອາຊຽນ 2020, ຖືນີ້ແມ່ນໂອກາດທີ່ດີ ເພື່ອໃຫ້ ຈີເລ ເພີ່ມທະວີການພົວພັນກັບບັນດາປະເທດ ອາຊຽນ ແລະ ຈີເລ ພວມຍູ້ແຮງເລື່ອງສ້າງຕັ້ງຄະນະກຳມະການປະສົມພັດທະນາ ແລະ ການຄ້າລະຫວ່າງ ຈີເລ - ອາຊຽນ. ທ່ານຮອງລັດຖະມົນຕີ ທ່ານ Rodrigo Yanez ຢືນຢັນວ່າ: ຫວຽດນາມ ເປັນຄູ່ຮ່ວມມືຍຸດທະສາດສຳຄັນແຖວໜ້າຂອງ ຈີເລ ໃນການເປີດກ້ວາງການພົວພັນກັບບັນດາປະເທດສະມາຊິກ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ