ຫວຽດນາມ ຈັດພິທີມອບ - ຮັບອັດຖິທະຫານ ອາເມລິກາ
(VOVWORLD) -ວັນທີ 16 ຕຸລາ, ຢູ່ນະຄອນ ດ່າໜັງ ໄດ້ດຳເນີນພິທີມອບ - ຮັບອັດຖິທະຫານ ອາເມລິກາ 4 ຊຸດທີ່ຖືກຫາຍສາບສູນໃນປາງສົງຄາມຢູ່ ຫວຽດນາມ.
ອັດຖິທະຫານ ອາເມລິກາ 4 ຊຸດທີ່ໄດ້ມອບໃນຄັ້ງນີ້ ແມ່ນຊອກຫາມາໄດ້ໃນການຊອກຫາອັດຖິລວມຄັ້ງທີ 138 ຫາ ຄັ້ງທີ 143 (4/2020 – 7/2021). ນັກຊ່ຽວຊານດ້ານນິຕິວິເວດຂອງ ຫວຽດນາມ ແລະ ອາເມລິກາ ໄດ້ດຳເນີນການຊັນນະສູດຢູ່ ຮ່າໂນ້ຍ ແລະ ສະຫຼຸບວ່າ ອາດຈະກ່ຽວຂ້ອງເຖິງກໍລະນີທະຫານ ອາເມລິກາ ທີ່ຫາຍສາບສູນໃນປາງສົງຄົມ. ການເຄື່ອນໄຫວຊອກຫາອັດຖິທະຫານ ອາເມລິກາ ຫາຍສາບສູນໃນປາງສົງຄາມຢູ່ ຫວຽດນາມ ແມ່ນການເຄື່ອນໄຫວມະນຸດສະທຳລະຫວ່າງລັດຖະບານ ຫວຽດນາມ ແລະ ອາເມລິກາ. ນີ້ແມ່ນການມອບອັດຖິຄັ້ງທີ 156 ນັບແຕ່ປີ 1973 ມານີ້.