(vovworld) – ວັນທີ 21/06, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານ ເຈີນວັນຮັ່ງ, ຫົວໜ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດຫວຽດນາມ, ຮອງຫົວໜ້າຜູ້ປະຈຳການຈັດຕັ້ງກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດສາກົນຄັ້ງທີ 132 (IPU - 132) ໄດ້ໃຫ້ການຕ້ອນຮັບທ່ານນາງ Anda Filip, ຫົວໜ້າກົມການຕ່າງປະເທດ ແລະ ການພົວພັນກັບບັນດາສະມາຊິກ, ຄະນະເລຂາ IPU ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານ ເຈີນວັນຮັ່ງ, ປະທານກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ປາດຖະໜາວ່າ ຈະສືບຕໍ່ການສົມທົບກັບຄະນະເລຂາ IPU ຢ່າງແໜ້ນແຟ້ນ ເພື່ອສາມາດຈັດຕັ້ງ IPU – 132 ໃນປີ 2015 ຢູ່ຫວຽດນາມ ຢ່າງສຳເລັດຜົນ. ທ່ານນາງ Anda Filip ກໍ່ປາດຖະໜາວ່າ ຈະສືບຕໍ່ສົມທົບກັບພະນັກງານຂອງສະພາແຫ່ງຊາດຫວຽດນາມ ແລະ ບັນດາອົງການທີ່ກຽວຂ້ອງຢ່າງແໜ້ນແຟ້ນ ເພື່ອຈັດກອງປະຊຸມ IPU ບັນລຸໄດ້ຜົນງານສູງສຸດ.
ແລະກໍ່ໃນວັນດຽວກັນກໍ່ໄດ້ຈັດກອງປະຊຸມຝືກອົບໂຮມຄັ້ງທີ 1 ກ່ຽວກັບ IPU ແລະ ວຽກງານຈັດຕັ້ງ IPU – 132 ຂຶ້ນ.