(VOVWORLD) -ເວທີປາໄສແມ່ນເຫດການປະຈຳປີ ເພື່ອແນໃສ່ເຊີດຊູບັນດາວິສາຫະກິດ ທີ່ມີເງິນລົງທຶນຈາກຕ່າງປະເທດ (FDI) ທີ່ມີການລົງທຶນຢ່າງມີປະສິດທິຜົນ, ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງພື້ນຖານເສດຖະກິດ ຫວຽດນາມ. ກ່າວຄຳເຫັນຊີ້ນຳການກຳນົດທິດເພື່ອດຶງດູດ FDI ໃນໄລຍະຈະມາເຖິງ
ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ ຫວຽດນາມ (ພາບ: vneconomy.vn) |
ວັນທີ 26 ເມສາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບ Vietnam Economic Times ຈັດເວທີປາໄສ ຂົວຕໍ່ພັດທະນາ ປີ 2021 ດ້ວຍຫົວຂໍ້ວ່າ “ເຊື່ອມຕໍ່ທ້ອງຖິ່ນ - ວິສາຫະກິດ, ກຳແໜ້ນໂອກາດ”. ເວທີປາໄສແມ່ນເຫດການປະຈຳປີ ເພື່ອແນໃສ່ເຊີດຊູບັນດາວິສາຫະກິດ ທີ່ມີເງິນລົງທຶນຈາກຕ່າງປະເທດ (FDI) ທີ່ມີການລົງທຶນຢ່າງມີປະສິດທິຜົນ, ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງພື້ນຖານເສດຖະກິດ ຫວຽດນາມ. ກ່າວຄຳເຫັນຊີ້ນຳການກຳນົດທິດເພື່ອດຶງດູດ FDI ໃນໄລຍະຈະມາເຖິງ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ:
ລັດຖະບານ ຫວຽດນາມ ສະແດງຄວາມຊົມເຊີຍຕໍ່ບັນດານັກລົງທຶນຕ່າງປະເທດ ທີ່ມາ ຫວຽດນາມ ດຳລົງທຸລະກິດແບບຍາວນານ, ເຄົາລົບກົດໝາຍ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າການພັດທະນາຂອງ ຫວຽດນາມ. ລັດຖະບານຈະສວມບົດບາດເປັນຜູ້ສ້າງເງື່ອນໄຂພັດທະນາ ເພື່ອ ສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ຢູ່ ຫວຽດນາມ ໃຫ້ນັບມື້ນັບມີຄວາມດຶງດູດໃຈ.
ເວທີປາໄສປີນີ້ ຈະສືບຕໍ່ພາລະກຳຊຸກຍູ້ການເຊື່ອມຕໍ່, ອັບເດັດ ແລະ ແລກປ່ຽນຂໍ້ມູນ, ເປີດກວ້າງການຮ່ວມມືພ້ອມກັນຜ່ານຜ່າສິ່ງທ້າທາຍ, ມຸ່ງໄປສູ່ບັນດາເປົ້າໝາຍວັດທະນາຖາວອນ ແລະ ການພັດທະນາແບບຍືນຍົງ.