(VOVWORLD) -ກະຊວງຄົມມະນາຄົມຂົນສົ່ງ ຈະເຮັດວຽກກັບບັນດາຄູ່ຮ່ວມມືເພື່ອແລກປ່ຽນເງື່ອນໄຂລະອຽດໃຫ້ແກ່ການຂົນສົ່ງຜູ້ໂດຍສານລະຫວ່າງບັນດາຝ່າຍ.
ໂດຍປະຕິບັດຕາມຄຳສັ່ງຊີ້ນຳຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກ່ຽວກັບການເປີດສາຍການບິນສາກົນ, ກົມການບິນຫວຽດນາມ ຫາກໍ່ມີເອກະສານສົ່ງເຖິງກະຊວງຄົມມະນາຄົມຂົນສົ່ງຫວຽດນາມ ກ່ຽວກັບແຜນງານຟື້ນຟູບັນດາສາຍການບິນດັ່ງກ່າວ.
ຕາມກົມການບິນຫວຽດນາມ ແລ້ວ, ນັບແຕ່ເດືອນ ມິຖຸນາ 2020, ບັນດາບໍລິສັດການບິນຕ່າງປະເທດຄື: Cathay Pacific (ຮົ່ງກົງ-ຈີນ), Singapore Airlines (ສິງກະໂປ), Emirates Airlines (ຊະອຸດີອາຣາເບຍ)… ໄດ້ຂຸດຄົ້ນບັນດາຖ້ຽວບິນສາກົນໄປ/ມາຫວຽດນາມ ຄືນໃໝ່ ຕາມຮູບການປົກກະຕິ. ບໍລິສັດການບິນແຫ່ງຊາດຫວຽດນາມ (Vietnam Airlines) ກໍ່ພວມຮັກສາຕາຕະລາງບິນປົກະຕິລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ…
ກ່ຽວກັບຈຸດເວລາເປີດສາຍການບິນສາກົນຄືນໃໝ່, ກົມການບິນຫວຽດນາມ ໃຫ້ຮູ້ວ່າ, ກະຊວງຄົມມະນາຄົມຂົນສົ່ງ ຈະເຮັດວຽກກັບບັນດາຄູ່ຮ່ວມມືເພື່ອແລກປ່ຽນເງື່ອນໄຂລະອຽດໃຫ້ແກ່ການຂົນສົ່ງຜູ້ໂດຍສານລະຫວ່າງບັນດາຝ່າຍ. ຄາດວ່າ, ໄວສຸດແມ່ນຕົ້ນເດືອນ ສິງຫາ 2020.