ຫວຽດນາມ ຊຸກຍູ້ການລົງທຶນ ແລະ ທ່ອງທ່ຽວ ຢູ່ ຮົ່ງກົງ ປະເທດຈີນ

ຫວຽດນາມ ຊຸກຍູ້ການລົງທຶນ ແລະ ທ່ອງທ່ຽວ ຢູ່ ຮົ່ງກົງ ປະເທດຈີນ - ảnh 1
ເຂດຮົ່ງກົງ ປະເທດ ຈີນ
ພາບ: internet


(vovword) - ວັນ​ທີ 27/6, ກະຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ ຫວຽດນາມ ສົມ​ທົບ​ກັບ​ກົງ​ສູນ​ໃຫຍ່ ຫວຽດນາມ ປະຈຳ ຮົ່ງກົງ ​ແລະ ກຸ່ມ​ບໍລິສັດ​ເຄື່ອງ​​ເອ້ຢ້ອງ Enigma ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ແນະນ​​ຳ​,ໂຄສະນາ ​ແລະ ດຶງ​ດູດ​ການ​ລົງທຶນ​ຢູ່ ຮົ່ງກົງ ປະ​ເທດ​ຈີນ. ທີ່​ກອງປະຊຸມ​ສຳ​ມະ​ນາ, ທ່ານ Le Khanh Hai ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ ຫວຽດນາມ ​ໄດ້​ຢືນຢັນ​ວ່າ: ຫວຽດນາມ ​ແລະ ຮົ່ງກົງ ມີ​ພື້ນຖານ​ຢ່າງ​ຄົບ​ຖ້ວນ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​​ໃຫຍ່​ຫລວງ​ເພື່ອ​ຮ່ວມ​ມື​ດ້ານທ່ອງທ່ຽວ ​ແລະ  ລົງທຶນ, ນຳ​ມາ​ຊຶ່ງ​ຄວາມ​ວັດທະນາ​ຖາວອນ ​ແລະ ຍົກ​ສູງ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ. ສ່ວນ ດຣ Jonathan Choi ຜູ້​ຕາງຫນ້າ​ຂອງ ຮົ່ງກົງ, ປະທານ​ກຸ່ມ​ບໍລິສັດ Sunwah, ປະທານ​ຫ້ອງການ​ການ​ຄ້າ ຮົ່ງກົງ - ຫວຽດນາມ ​ເນັ້ນ​ຫນັກ​ວ່າ: ຄວາມ​ງາມ​ຂອງ​ທິວ​ທັດ​ທຳ​ມະ​ຊາດ​ຢູ່ ຫວຽດນາມ  ​ແມ່ນ​ແຕກ​ຕ່າງ​ກັບ​ບັນດາ​ປະ​ເທດ​ອື່ນ, ສະ​ນັ້ນ ນອກຈາກ​ຊອກ​ຫາ​ກາລະ​ໂອກາດ​ລົງທຶນ, ບັນດາ​ນັກທຸລະກິດ​ກໍ​ຄວນ​ຊອກ​ຮູ້​ກ່ຽວ​ກັບ​ປະ​ເທດ​ຊາດ, ຊາວ ຫວຽດນາມ ​ແລະ ວັດທະນະທຳ​ຂອງ ຫວຽດນາມ ຕື່ມ​ອີກ.

ຂ່າວ/ບົດ​ອື່ນ