ຫວຽດນາມ ຊ່ວຍ ລາວ ກໍ່ສ້າງຕຶກອາຄານສຳນັກງານສະພາແຫ່ງຊາດ ລາວ

(VOVWORLD) - ຕອນເຊົ້າວັນທີ 14 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີງຢຸງ ໃຫ້ການຕ້ອນຮັບທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ ລາວ, ຫົວໜ້າຄະນະຊີ້ນຳການກໍ່ສ້າງຕຶກອາຄານສຳນັກງານສະພາແຫ່ງຊາດ ລາວ

ຫວຽດນາມ ຊ່ວຍ ລາວ ກໍ່ສ້າງຕຶກອາຄານສຳນັກງານສະພາແຫ່ງຊາດ ລາວ - ảnh 1 ທ່ານ ຈິ້ງດີງຢຸງ ໃຫ້ການຕ້ອນຮັບທ່ານ ສົມພັນ ແພງຄຳມີ (ພາບ: VGP)

2 ຝ່າຍປຶກສາຫາລືກ່ຽວກັບເລື່ອງ ຫວຽດນາມ ສະໜັບສະໜູນ ລາວ ກໍ່ສ້າງໂຄງການສຳຄັນແມ່ນ ຕຶກອາຄານສຳນັກງານ ສະພາແຫ່ງຊາດຂອງ ລາວ. ນີ້ແມ່ນຂອງຂວັນທີ່ມີຄວາມໝາຍ, ເປັນສັນຍາລັກແຫ່ງນ້ຳໃຈສາມັກຄີມິດຕະພາບແບບພິເສດ 2 ປະເທດ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ຖືວ່າ: 2 ປະເທດຄວນປຶກສາຫາລືຫຼັກການປະຕິບັດ, ເພື່ອໃຫ້ໂຄງການ ບໍ່ພຽງແຕ່ບັນລຸໄດ້ເປົ້າໝາຍໝາຍທີ່ວາງອອກກ່ຽວກັບຄວາມຄືບໜ້າເທົ່ານັ້ນ ຫາກຍັງຮັບປະກັນຄຸນນະພາບດ້ານ ສະຖາປັດຕະຍະກຳ, ວັດທະນະທຳ, ຮີດຄອງປະເພນີຂອງ ລາວ ອີກດ້ວຍ.

        ໂຄງການດັ່ງກ່າວ ຄາດຄະເນວ່າຈະລົງມືກໍ່ສ້າງໃນວັນທີ 18/07ຈະມາເຖິງ ແລະ ມີມູນຄ່າລົງທຶນ 100 ລ້ານ USD.

ຕອບກັບ

ຂ່າວ/ບົດ​ອື່ນ