ຫວຽດນາມ - ຍີ່ປຸ່ນລົງນາມສັນຍາລົງທຶນຫຼາຍສະບັບລວມມູນຄ່າ 22 ຕື້ USD

(VOVWORLD) - ວັນທີ 05 ມິຖຸນາ, ຢູ່ໂຕກຽວ, ຍີ່ປຸ່ນ, ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸ້ກ ຢ້ຽມຢາມຍີ່ປຸ່ນຢ່າງເປັນທາງການ, ຝ່າຍຫວຽດນາມ ແລະ ຍີປຸ່ນ ໄດ້ລົງນາມໃນສັນຍາ, ຂໍ້ຕົກລົງຮ່ວມມືລົງທຶນຫຼາຍສະບັບ ລວມມູນຄ່າ 22 ຕື້ ໂດລາ ສະຫະລັດ ລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ສອງ ປະເທດ.
ຫວຽດນາມ - ຍີ່ປຸ່ນລົງນາມສັນຍາລົງທຶນຫຼາຍສະບັບລວມມູນຄ່າ 22 ຕື້ USD - ảnh 1 (ຫວຽດນາມ - ຍີ່ປຸ່ນ ລົງນາມສັນຍາລົງທຶນຫຼາຍສະບັບລວມມູນຄ່າ 22 ຕື້ USD)

ພາຍໃຕ້ການເປັນສັກຂີພິຍານຂອງ ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸ້ກ, ການນຳຄະນະກຳມະການປະຊາຊົນ ນະຄອນຮ່າໂນ້ຍ, ກຸ່ມບໍລິສັດ BRG ແລະ ກຸ່ມບໍລິສັດ Sumitono (ຍີ່ປຸ່ນ) ໄດ້ລົງນາມຂໍ້ຕົກລົງຮ່ວມມືພັດທະນາເຂດຕົວເມືອງໃໝ່ ເຍີດເຕີນ-ໂນ້ຍບ່າຍ. ໃນວັນດຽວກັນ, ບໍລິສັດໃຫຍ່ເດີນທະເລ ຫວຽດນາມ (Vinalines) ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ກັບກຸ່ມບໍລິສັດ NYK Line (ຍີ່ປຸ່ນ) ກ່ຽວກັບເລື່ອງ Vinalines ແລະ NYK Line ຮ່ວມກັນດຳເນີນຄົ້ນຄວ້າພັດທະນາການເຄື່ອນໄຫວຂົນສົ່ງ ແລະ Logistics ແນໃສ່ຮັບໃຊ້ໃຫ້ບັນດາໂຮງຈັກໂຮງງານ, ເຂດອຸດສາຫະກຳຢູ່ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ. ໃນຂະນະດຽວກັນ, ບໍລິສັດການບິນຫຸ້ນສ່ວນ Vietjet ( Vietjet Air) ແລະ ບໍລິສັດ Mitsubishi UFJ Lease & Finance (MUL), ຂອງກຸ່ມບໍລິສັດການເງິນການທະນາຄານແຖວໜ້າຂອງຍີ່ປຸ່ນ Mitsubishi UFJ Financial Group (MUFG), ໄດ້ລົງນາມຂໍ້ຕົກລົງສະໜອງດ້ານການເງິນໃຫ້ ເຮືອບິນໃໝ່ A321 3 ລຳ ຂອງ VietJet Air ດ້ວຍມູນຄ່າທັງໝົດເກືອບ 350 ລ້ານ ໂດລາ ສະຫະລັດ. ນີ້ແມ່ນເຫດການສຳຄັນເປັນຂີດໝາຍການຮ່ວມມືໃໝ່ໃນຂົງເຂດ ສາທາລະນະສຸກ ແລະ ເບິ່ງແຍງສຸຂະພາບ-ທີ່ໄດ້ຄາດຄະເນວ່າແມ່ນຂົງເຂດຮ່ວມມືສຳຄັນຂອງສອງປະເທດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ