ຫວຽດ​ນາມ - ຍີ່​ປຸ່ນເພີ່ມ​ທະ​ວີ​ການ​ຮ່ວມ​ມື​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid -19

(VOVWORLD) -ວັນທີ 31 ມີນາ, ທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ ໂອ້ລົມທາງໂທລະສັບກັບທ່ານ Motegi Toshimitsu ລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ, ແລກປ່ຽນກ່ຽວກັບການຮ່ວມມືໃນສະພາບການໂລກລະບາດ Covid -19 ສືບຕໍ່ມີການຜັນແປຢ່າງສັບສົນ.

ຫວຽດ​ນາມ - ຍີ່​ປຸ່ນເພີ່ມ​ທະ​ວີ​ການ​ຮ່ວມ​ມື​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid -19 - ảnh 1ທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ

(ພາບ: ກະຊວງການຕ່າງປະເທດ ຫວຽດນາມ) 

ທ່ານຮອງນາຍົກລັດຖະມົນຕີ ຕີລາຄາສູງຕໍ່ການໜູນຊ່ວຍຂອງຍີ່ປຸ່ນທີ່ສະຫງວນໃຫ້ແກ່ຫວຽດນາມໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid - 19, ສະເໜີໃຫ້ລັດຖະບານຍີ່ປຸ່ນ ສືບຕໍ່ເອົາໃຈໃສ່ໜູນຊ່ວຍປະຊາຄົມຊາວຫວຽດນາມອາໄສຢູ່ ຍີ່ປຸ່ນໃນການປ້ອງກັນ, ສະກັດກັ້ນໂລກລະບາດ.

ສ່ວນທ່ານ Motegi Toshimitsu ລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ ກໍ່ຕີລາຄາສູງບັນດາມາດຕະການຢ່າງຂ້ຽວຂາດທີ່ຫວຽດນາມໄດ້ປະຕິບັດເພື່ອປ້ອງກັນ, ສະກັດກັ້ນໂລກລະບາດ Covid - 19, ພ້ອມທັງສະແດງຄວາມຂອບໃຈລັດຖະບານ ຫວຽດນາມໄດ້ເອົາໃຈໃສ່, ຮັບປະກັນຄວາມປອດໄພໃຫ້ແກ່ຊາວຍີ່ປຸ່ນ 20.000 ຄົນ ທີ່ພວມດຳລົງຊີວິດ, ເຮັດວຽກຢູ່ ຫວຽດນາມ, ຢັ້ງຢືນວ່າ ລັດຖະບານຍີ່ປຸ່ນ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຮັບປະກັນຄວາມປອດໄພໃຫ້ແກ່ປະຊາຄົມຊາວຫວຽດນາມທີ່ຢູ່ຍີ່ປຸ່ນ.

ຫວຽດ​ນາມ - ຍີ່​ປຸ່ນເພີ່ມ​ທະ​ວີ​ການ​ຮ່ວມ​ມື​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid -19 - ảnh 2

ຕອບກັບ

ຂ່າວ/ບົດ​ອື່ນ