ຫວຽດນາມ ຍາດແຍ່ງເອົາໂອກາດທີ່ດີຈາກບັນດາສັນຍາການຄ້າເສລີລຸ້ນໃໝ່

(VOVWORLD) -ນັບແຕ່ເມື່ອສັນຍາ EVFTA ເລີ່ມມີຜົນສັກສິດນັບແຕ່ເດືອນ ສິງຫາ 2020, ລະດັບເຕີບໂຕການສົ່ງອອກໄປຍັງ ອີຢູ ໄດ້ປັບປຸງເທື່ອລະກ້າວ ແລະ ເພີ່ມຂຶ້ນ 18% ໃນໄລຍະ 3 ເດືອນຕົ້ນປີ 2021.
ຫວຽດນາມ ຍາດແຍ່ງເອົາໂອກາດທີ່ດີຈາກບັນດາສັນຍາການຄ້າເສລີລຸ້ນໃໝ່ - ảnh 1(ພາບປະກອບ: tapchitaichinh.vn)

ບັນດາສັນຍາການຄ້າເສລີລຸ້ນໃໝ່ຄື: ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ສັນຍາການຄ້າເສລີລະຫວ່າງຫວຽດນາມ ກັບສະຫະພາບເອີລົບ (EVFTA) ແລະ ສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ລາຊະອານາຈັກອັງກິດ (UKVFTA) ພວມສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ສິນຄ້າຫວຽດນາມ ແຊກຊຶມເຂົ້າບັນດາຕະຫຼາດຄູ່ຮ່ວມມື ດ້ວຍອັດຕາພາສີອາກອນໃນລະດັບຕ່ຳ, ພ້ອມກັບບັນດາຄຳໝັ້ນສັນຍາກ່ຽວກັບເລື່ອງ ສ້າງຄວາມສະດວກເພື່ອຫຼຸດຜ່ອນບັນດາຮົ້ວກີດຂວາງ. ນັບແຕ່ເມື່ອສັນຍາ EVFTA ເລີ່ມມີຜົນສັກສິດນັບແຕ່ເດືອນ ສິງຫາ 2020, ລະດັບເຕີບໂຕການສົ່ງອອກໄປຍັງ ອີຢູ ໄດ້ປັບປຸງເທື່ອລະກ້າວ ແລະ ເພີ່ມຂຶ້ນ 18% ໃນໄລຍະ 3 ເດືອນຕົ້ນປີ 2021. ກໍ່ຄ້າຍຄືກັນ, ວົງເງິນສົ່ງອອກສິນຄ້າຂອງຫວຽດນາມ ໄປຍັງບັນດາປະເທດໃນສັນຍາ CPTPP ກໍ່ບັນລຸລະດັບເຕີບໂຕສູງໃນໄລຍະ 3 ເດືອນຕົ້ນປີ 2021. ວົງເງິນສົ່ງອອກໄປຍັງ ອັງກິດ ກໍ່ເພີ່ມຂຶ້ນ 22% ໃນໄລຍະ 3 ເດືອນຕົ້ນປີ 2021. ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໃຫ້ຂໍ້ສັງເກດວ່າ, ການນຳໃຊ້ບັນດາທ່າແຮງຈາກບັນດາສັນຍາການຄ້າເສລີເປັນຢ່າງດີພໍສົມຄວນນັ້ນ ຈະແມ່ນໜຶ່ງໃນບັນດາປັດໃຈສຳຄັນເພື່ອຊຸກຍູ້ການສົ່ງອອກຂອງຫວຽດນາມ ໃນໄລຍະຈະມາເຖິງ.

        ໃນເຫດການທີ່ກ່ຽວຂ້ອງ, ກະຊວງອຸດສາຫະກຳ ແລະ ພັດທະນາຊົນນະບົດຫວຽດນາມ ໃຫ້ຮູ້ວ່າ, ມູນຄ່າສົ່ງອອກໄມ້ ແລະ ເຄື່ອງປ່າຂອງດົງໃນເດືອນ ມີນາ ຄາດວ່າບັນລຸ 1,5 ຕື້ USD. ໄລ່ລວມໄລຍະ 3 ເດືອນຕົ້ນປີ, ມູນຄ່າສົ່ງອອກເຄື່ອງປ່າຂອງດົງບັນລຸເກືອບ 4 ຕື້ USD, ເພີ່ມຂຶ້ນ 41,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.  ບັນດາຕະຫຼາດສົ່ງອອກໄມ້ ແລະ ເຄື່ອງປ່າຂອງດົງຕົ້ນຕໍ່ລວມມີ: ອາເມລິກາດ ຍີ່ປຸ່ນ, ຈີນ, ສະຫະພາບເອີລົບ ແລະ ສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ