(VOVWORLD) - ທີ່ການແຂ່ງຂັນໝາກຮຸກໝູ່ຄະນະໂລກ (Olympiad) 2018 ໄດ້ດຳເນີນຢູ່ນະຄອນ Batumi ປະເທດ ຈໍເຈຍ,
ນັກກິລາໝາກຮຸກ ຫງວຽນງອັກເຈື່ອງເຊີນ (ພາບ: daidoanket.vn) |
ນັກກິລາໝາກຮຸກ ຫງວຽນງອັກເຈື່ອງເຊີນ ໄດ້ແຂ່ງຂັນດີເລີດດ້ວຍຜົນງານການແຂ່ງຂັນຊະນະ 10 ນັດ ແລະ ຍາດໄດ້ຫຼຽນຄຳສ່ວນບຸກຄົນປະເພດຊາຍ.
ຮອບແຂ່ງຂັນທີ 11 ກໍ່ແມ່ນຮອບແຂ່ງຂັນສຸດທ້າຍຂອງການແຂ່ງຂັນໝາກຮຸກ, ທິມຊາດໝາກຮຸກປະເພດຊາຍ ຫວຽດນາມ (ມີຄວາມ Elo ປານກາງ 2.576) ຊະນະ ຟີລິບປີນ ດ້ວຍຜົນງານ 3 – 1 ເພື່ອຢືນຢູ່ອັນດັບທີ 7 ດ້ວຍ 16 ຄະແນນ ໃນນັ້ນ ຊະນະ 6 ນັດ, ສະເໝີ 4 ນັດ ແລະ ເສຍ 1 ນັດ. ນີ້ກໍ່ແມ່ນຜົນງານສູງສຸດ ຊຶ່ງບັນດານັກກິລາໝາກຮຸກບັນລຸໄດ້ທີ່ການແຂ່ງຂັນໝາກຮຸກໝູ່ຄະນະໂລກ. ສຳລັບນັກກິລາໝາກຮຸກ ຫງວຽນງອັກເຈື່ອງເຊີນ ຍັງຍາດໄດ້ຫຼຽນຄຳສ່ວນບຸກຄົນດ້ວຍຄະແນນ 8,5 ພາຍຫລັງແຂ່ງຂັນ 10 ນັດ.