ຫວຽດນາມ ຕິດຕາມສະພາບການຢູ່ ຊູດັງ ຢ່າງໃກ້ຊິດ ແລະ ປົກປ້ອງພົນລະເມືອງເມື່ອມີຄວາມຈຳເປັນ

(VOVWORLD) - ປະຈຸບັນ, ພົນລະເມືອງ ຫວຽດນາມ ທັງໝົດນັ້ນຍັງປອດໄພ.
ຫວຽດນາມ ຕິດຕາມສະພາບການຢູ່ ຊູດັງ ຢ່າງໃກ້ຊິດ ແລະ ປົກປ້ອງພົນລະເມືອງເມື່ອມີຄວາມຈຳເປັນ - ảnh 1ທ່ານຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ດ່ວານຄັກຫວຽດ
(ພາບ: TTXVN)

        ວັນທີ 20 ເມສາ, ເມື່ອຕອບຄຳຖາມກ່ຽວຂ້ອງເຖິງສະພາບການຊາວ ຫວຽດນາມ ແລະ ການເຄື່ອນໄຫວປົກປ້ອງພົນລະເມືອງຢູ່ ຊູດັງ, ບ່ອນທີ່ພວມເກີດການຜັນແປ, ປະທະກັນຢ່າງສັບສົນ, ທ່ານຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ດ່ວານຄັກຫວຽດ, ໃຫ້ຮູ້ວ່າ:

        ຕາມແຈ້ງການຂອງສະຖານທູດ ຫວຽດນາມ ປະຈຳ ອີຢິບ ທັງ ດັງ ແລ້ວ, ປະຈຸບັນ, ມີພົນລະເມືອງຖືສັນຊາດ ຫວຽດນາມ ແລະ ອົດສະຕາລີ ຜູ້ໜຶ່ງພວມອາໄສຢູ່ນະຄອນຫຼວງ Khartoum, ມີພົນລະເມືອງ ຫວຽດນາມ ອີກ 16 ຄົນແມ່ນສະມາຊິກໃນກຳປັ່ນຢູ່ທ່າກຳປັ່ນໃກ້ັບ ຊູດັງ. ປະຈຸບັນ, ພົນລະເມືອງ ຫວຽດນາມ ທັງໝົດນັ້ນຍັງປອດໄພ. ສະຖານທູດ ຫວຽດນາມ ຈະສືບຕໍ່ຕິດຕາມສະພາບການຢ່າງໃກ້ຊິດ ແລະ ມີມາຕະການປົກປ້ອພົນລະເມືອງເມື່ອມຄວາມຈຳເປັນ”.

ຕອບກັບ

ຂ່າວ/ບົດ​ອື່ນ