ຫວຽດນາມ - ຕະຫລາດທີ່ມີຄວາມສາມາດບົ່ມຊ້ອນໃຫ້ສິນຄ້າຜະລິດຕະພັນກະເສດຂອງ ອີຕາລີ
(VOVWORLD) - ໂລກາພິວັດ - ກາລະໂອກາດພັດທະນາຂອງບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ (PME) ພວມມີບັນດາການກະທົບຫລາຍສົ້ນຕໍ່ການພົວພັນຮ່ວມມືເສດຖະກິດ, ການລົງທຶນ, ການຄ້າ 2 ຝ່າຍ ຫວຽດນາມ - ອີຕາລີ.
ທີ່ກອງປະຊຸມສຳມະນາ (ພາບ: ຫວຽດນາມ+) |
ນີ້ແມ່ນຫົວເລື່ອງຂອງກອງປະຊຸມສຳມະນາ ດຳເນີນໃນວັນທີ 24 ພະຈິກ ຢູ່ນະຄອນ Turin ເມືອງເອກເຂດ Piemonte (ພາກເໜືອ ອີຕາລີ) ໂດຍຫ້ອງການການຄ້າ ອີຕາລີ - ຫວຽດນາມ ສົມທົບກັບສະຖານກົງສູນກິດຕິມະສັກ ຫວຽດນາມ ປະຈຳ Turin ຈັດຕັ້ງ.
ນະທີ່ນີ້, ທ່ານ Walter Cavrenghi ເລຂາທິການໃຫຍ່ຫ້ອງການການຄ້າ ອີຕາລີ - ຫວຽດນາມ ໃຫ້ຮູ້ວ່າ: ຄາດວ່າ ຄະນະວິສາຫະກິດເຂດ Piemonte ຈະໄປສຳຫລວດ ຕະຫລາດ, ຊອກຫາກາລະໂອກາດດຳເນີນທຸລະກິດຢູ່ ຫວຽດນາມ ໃນເດືອນ ມີນາ ປີ 2018. ຜູ້ຕາງໜ້າອຳນາດການປົກຄອງເຂດ Piemonte ທ່ານນາງ Monica Cerutti ກຳມະການສະພາເຂດ Piemonte ຮັບຜິດຊອບການຮ່ວມມືສາກົນກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະມີບັນດາມາດຕະການລະອຽດ ເພື່ອສົ່ງເສີມວິສາຫະກິດເຂດ Piemonte ມຸ່ງໄປເຖິງຕະຫລາດ ຫວຽດນາມ.