(vovworld) - ໃນປີ 2012, ຈຳນວນໂຄງການຂອງ ຫວຽດນາມ ລົງທຶນເຂົ້າກຳປູເຈຍ ສືບຕໍ່ເພີ່ມຂຶ້ນ. ທີ່ກອງປະຊຸມສະຫລຸບ 3 ປີແຫ່ງການເຄື່ອນໄຫວສົ່ງເສີມການລົງທຶນການຄ້າ ຫວຽດນາມ ເຂົ້າ ກຳປູເຈຍ ດຳເນີນໄປໃນຕອນຄຳ່ວັນທີ 25/12 ຢູ່ ພະນົມເປັນ ປະເທດ ກຳປູເຈຍ, ສະຫະສະມາຄົມບັນດານັກລົງທຶນ ຫວຽດນາມ ລົງທຶນເຂົ້າກຳປູເຈຍ ໃຫ້ຮູ້ວ່າ: ເຖິງວ່າເສດຖະກິດໂລກ ແລະ ຫວຽດນາມ ປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງກໍຕາມ ແຕ່ແຫລ່ງເງິນລົງທຶນຂອງ ຫວຽດນາມ ເຂົ້າ ກຳປູເຈຍ ຍັງຄົງເພີ່ມຂຶ້ນຢ່າງແຮງ ນັບທັງຈຳນວນໂຄງການ ແລະ ມູນຄ່າ ດ້ວຍ 124 ໂຄງການ ແລະ ຍອດຈຳນວນເງິນລົງທຶນບັນລຸ 2,5 ຕື້ USD, ແລະ ຖືກຈັດເຂົ້າໃນບັນຊີລາຍຊື່ 5 ປະເທດລົງທຶນຫລາຍກວ່າໝູ່ຢູ່ ກຳປູເຈຍ. ເລື່ອງເປີດສາຍການບິນຂອງ Vietnam Airlines, ຂະຫຍາຍເຄືອຂ່າຍໂທລະຄົມຂອງ Viettel ຢູ່ປະເທດນີ້ ພ້ອມກັບບັນດາໂຄງການຕົ້ນຕໍໃນຂົງເຂດຕ່າງໆຄື ກະສິກຳ, ຂຸດຄົ້ນແຮ່ທາດ… ພວມໄດ້ຮັບການຜັນຂະຫຍາຍເປັນຢ່າງດີ ປະກອບສ່ວນເພີ່ມແຫລ່ງເງິນລົງທຶນຈາກ ຫວຽດນາມເຂົ້າກຳປູເຈຍ ຢ່າງວ່ອງໄວ ແລະ ມີປະສິດທິຜົນ.
ກອງປະຊຸມສະຫລຸບ 3 ປີແຫ່ງການເຄື່ອນໄຫວສົ່ງເສີມການລົງທຶນການຄ້າ ຫວຽດນາມ ເຂົ້າ ກຳປູເຈຍ
ພາບ:TTXVN
|
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ Men Som An ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ກຳປູເຈຍ ໄດ້ຢືນຢັນວ່າ : ການເຄື່ອນໄຫວລົງທຶນຂອງບັນດາວິສາຫະກິດ ຫວຽດນາມ ໄດ້ປະກອບສ່ວນເພີ່ມແຫລ່ງເງິນລົງທຶນຂອງຕ່າງປະເທດ ເຂົ້າກຳປູເຈຍ ຢ່າງບໍ່ຢຸດຢັ້ງ, ຊ່ວຍກຳປູເຈຍ ຍູ້ແຮງການພັດທະນາເສດຖະກິດ, ຜ່ານຜ່າວິກິດການ ແລະ ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກເທື່ອລະກ້າວ, ຍົກສູງລະດັບຄອງຊີບຂອງປະຊາຊົນ. ສະ ຫະສະມາຄົມບັນດານັກລົງທຶນ ຫວຽດນາມ ທີ່ລົງທຶນເຂົ້າກຳປູເຈຍ ວາງຈຸດໝາຍຮອດປີ 2015 ຈະເພີ່ມເງິນລົງທຶນໂດຍກົງຂອງ ຫວຽດນາມ ເຂົ້າກຳປູເຈຍ ໃຫ້ຂຶ້ນເຖິງລະດັບກວ່າ 4 ຕື້ USD, ວົງເງິນການຄ້າສອງສົ້ນບັນລຸ 5 ຕື້ USD ແລະ ການທ່ອງທ່ຽວບັນລຸລະດັບເຕີບໂຕກວ່າ 30%/ປີ.