ຫວຽດນາມ ຖືເປັນສຳຄັນ, ອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳຫລາຍຮູບຫລາຍສີຂອງບັນດາຊົນເຜົ່າ

(VOVWORLD) - ວັນທີ 01 ທັນວາ (ຕາມເວລາ ຫວຽດນາມ) ທີ່ສຳນັກງານສະຫະປະຊາຊາດ ຢູ່ ນິວຢອກ, ປະເທດ ອາເມລິກາ, 

ພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ເວເນຊູເອລາ, ປະເທດປະທານຂະບວນການບໍ່ຮ່ວມກຸ່ມ, ກອງປະຊຸມຂະບວນການບໍ່ຮ່ວມກຸ່ມກັບສິດທິມະນຸດ ແລະ ວັດທະນະທຳຫລາຍຮູບຫລາຍສີໄດ້ໄຂຂຶ້ນ. ຫົວຂໍ້ຂອງກອງປະຊຸມໃນປີນີ້ແມ່ນ “ຄວາມສາມັກຄີ, ເຈລະຈາ, ຜ່ອນຜັນໃນໂລກຫລາຍຮູບຫລາຍແບບ: ມຸ່ງໄປເຖິງພື້ນຖານວັດທະນະທຳສັນຕິພາບ”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ ຊົມເຊີຍໄດ້ ແລະ ສະໜັບສະໜູນເລື່ອງ ກອງປະຊຸມຮັບຮອງເອົາຖະແຫຼງການການເມືອງ ແລະ ໂຄງການດຳເນີນງານ. ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ຢືນຢັນວ່າ: ຫວຽດນາມ ສະໜັບສະໜູນການເຈລະຈາ ແລະ ການຮ່ວມມືກໍ່ສ້າງ ບົນພື້ນຖານເຄົາລົບເຊິ່ງກັນ ແລະ ກັນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງບັນດາປະເທດມີອະທິປະໄຕ. ທ່ານນາງເອກອັກຄະລັດຖະທູດ ຢືນຢັນວ່າ ຫວຽດນາມ ແມ່ນປະເທດມີຫລາຍຊົນເຜົ່າ ດ້ວຍມູນເຊື້ອວັດທະນະທຳທີ່ອຸດົມສົມບູນ, ຫວຽດນາມ ຖືເປັນສຳຄັນພິເສດ ແລະ ປະຕິບັດບັນດານະໂຍບາຍ ເພື່ອອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳຫລາຍຮູບຫລາຍສີຂອງບັນດາຊົນເຜົ່າ, ຖືນີ້ແມ່ນປັດໄຈສຳຄັນທີ່ສຸດ, ປະກອບສ່ວນຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ