ຫວຽດນາມ ນັບມື້ນັບມີຄວາມດູດດື່ມໃຈສຳລັບບັນດານັກລົງທຶນອາເມລິກາ

(VOVWORLD) -ປະຈຸບັນ ຫວຽດນາມ ພວມແມ່ນ 1 ໃນຈຳນວນ 16 ປະເທດນຳໜ້າໃນການສົ່ງອອກສິນຄ້າໄປຍັງປະເທດ ອາເມລິກາ.

ຫວຽດນາມ ນັບມື້ນັບມີຄວາມດູດດື່ມໃຈສຳລັບບັນດານັກລົງທຶນອາເມລິກາ - ảnh 1 ທ່ານ Mark Gillin, ອະດີດປະທານ Acham Vietnam

(ພາບ: amchamvietnam)

ຫວຽດນາມ ນັບມື້ນັບປ່ຽນແປງຢ່າງວ່ອງໄວ. ນີ້ແມ່ນຂໍ້ສັງເກດຂອງທ່ານ Mark Gillin, ອະດີດປະທານສະຫະສະມາຄົມການຄ້າອາເມລິກາ ປະຈຳຫວຽດນາມ (Acham Vietnam), ປະຈຸບັນແມ່ນຜູ້ອຳນວຍການບໍລິສັດ America Indochina Management (AIM) ໃນການຕອບສຳພາດຕໍ່ນັກຂ່າວ VOV ຫວ່າງມໍ່ໆມານີ້.

        ທ່ານ Mark Gillin ໃຫ້ຮູ້ວ່າ, ພາຍຫຼັງ 25 ປີແຫ່ງວັນຫັນການພົວພັນທາງການທູດລະຫວ່າງຫວຽດນາມ - ອາເມລິກາ ເປັນປົກກະຕິ, ປະຈຸບັນ ຫວຽດນາມ ພວມແມ່ນ 1 ໃນຈຳນວນ 16 ປະເທດນຳໜ້າໃນການສົ່ງອອກສິນຄ້າໄປຍັງປະເທດ ອາເມລິກາ.

        “ນີ້ແມ່ນຕົວເລກທີ່ໜ້າປະທັບໃຈ, ຖ້າຫາກພວກເຮົາຕີລາຄາວິວັດທະນາການແຕ່ເລີ່ມຕົ້ນ ແລະ ວິທີເພື່ອບັນລຸໄດ້ສິ່ງນັ້ນ. ຫວຽດນາມ ກໍ່ແມ່ນໜຶ່ງໃນບັນດາປະເທດມີຄວາມດູດດື່ມໃຈທີ່ສຸດໃນໂລກ. ຂ້າພະເຈົ້າສາມາດຢັ້ງຢືນວ່າ, ເມື່ອຂ້າພະເຈົ້າມາຫວຽດນາມ ນັບແຕ່ປີ 1993 ມາຮອດປະຈຸບັນ, ບໍ່ມີປະເທດໃດທີ່ມີການຫັນປ່ຽນທາງດ້ານເສດຖະກິດ ແລະ ສັງຄົມຢ່າງແຮງຄືຢູ່ຫວຽດນາມ”.

        ປີ 2020, ແມ່ນປີສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ທ່ານ Mark Gillin ໄດ້ຢືນຢັນວ່າ, 2 ປະເທດຍັງມີຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍຢ່າງໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ