(VOVWORLD) -ຕອນເຊົ້າວັນທີ 4 ທັນວາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ Auckland , ນິວຊີແລນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບການນຳບັນດາກຸ່ມບໍລິສັດ, ບໍລິສັດ ນິວຊີແລນ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ທ່ານ Mike Cronin ຜູ້ອຳນວຍການຮັບຜິດຊອບບັນດາບັນຫາຮ່ວມມື, ກຸ່ມບໍລິສັດ Fonterra |
ຢູ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຊີ້ແຈ້ງວ່າ ໜຶ່ງໃນບັນດາເປົ້າໝາຍຂອງ ການຢ້ຽມຢາມ ນິວຊີແລນ ຢ່າງເປັນທາງການຄັ້ງນີ້ແມ່ນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ, ໃນນັ້ນມີການຮ່ວມມືດ້ານການຄ້າ - ການລົງທຶນແມ່ນເສົາຄ້ຳສຳຄັນ.
ໃນການຢ້ຽມຢາມ, ສອງຝ່າຍຈະຈັດຕັ້ງສອງເວທີປາໄສສຳຄັນກ່ຽວກັບການຮ່ວມມືດ້ານການສືກສາ ແລະ ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ. ນີ້ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດ, ນັກລົງທຶນສອງປະເທດຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືໃນໄລຍະຈະມາເຖິງ.
ທີ່ການຕ້ອນຮັບ, ທ່ານ ຜູ້ອຳນວຍການຝ່າຍບໍລິຫານ ແລະ ທ່ານ ຫງວຽນເຈືອງຄວາ ຜູ້ອຳນວຍການບໍລິສັດ ເຊິ່ງແມ່ນສອງວິສາຫະກິດຮ່ວມມືກັບ ຫວຽດນາມ ໃນຂົງເຂດການສອນວິຊາຊີບ, ການຮ່ວມມືທາງດ້ານແຮງງານ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເນັ້ນໜັ້ກວ່າ ການສຶກສາ ແມ່ນໜຶ່ງໃນບັນດາຂົງເຂດໃຫ້ບຸລິມະສິດດຶງດູດການລົງທຶນ ຂອງ ຫວຽດນາມ, ທ່ານກໍ່ສະເໜີບັນດາວິສາຫະກິດແລກປ່ຽນຢ່າງລະອຽດກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງເພື່ອຜັນຂະຫຍາຍໂຄງການຮ່ວມມື.