ຫວຽດນາມ ນອນໃນກຸ່ມບັນດາປະເທດມີຂອບນິຕິກຳຄົບຊຸດພໍສົມຄວນກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ

(VOVWORLD) -ນັບມື້ນັບມີແມ່ຍິງຫຼາຍຄົນເຂົ້າຮ່ວມວຽກງານການເມືອງຢູ່ ຫວຽດນາມ, ມີກາລະໂອກາດສຳຜັດຢ່າງສະເໝີພາບກັບທຸກການບໍລິການເສດຖະກິດ - ສັງຄົມ.
ຫວຽດນາມ ນອນໃນກຸ່ມບັນດາປະເທດມີຂອບນິຕິກຳຄົບຊຸດພໍສົມຄວນກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ - ảnh 1ທ່ານນາງ ເລທູຮ່າ, ກຳມະການຜູ້ປະຈຳຄະນະກຳມາທິການ ການຕ່າງປະເທດຂອງສະພາແຫ່ງຊາດ
(ພາບ: daibieunhandan.vn)

ກອງປະຊຸມປະຈຳປີຄັ້ງທີ 29, ເວທີປາໄສລັດຖະສະພາອາຊີ-ປາຊີຟິກ ເຊິ່ງດຳເນີນໂດຍກົງ ແລະ ທາງໄກຢູ່ ເຊີອຸ່ນ, ປະເທດ ສ.ເກົາຫຼີ ໃນລະຫວ່າງວັນທີ 13 – 15 ທັນວາ, ດ້ວຍຫົວຂໍ້ວ່າ “ບົດບາດຂອງລັດຖະສະພາໃນການຍົກສູງຄວາມສາມາດເຂັ້ມແຂງດ້ວຍຕົນເອງພາຍຫຼັງໄລຍະໂລກລະບາດໂຄວິດ-19”. ໃນຂອບເຂດຂອງເວທີປາໄສ, ວັນທີ 13 ທັນວາ, ໄດ້ດຳເນີນກອງປະຊຸມສະມາຊິກລັດຖະສະພາຍິງ ດ້ວຍຫົຂໍ້ “ຍົກສູງບົດບາດຂອງລັດຖະສະພາ ເພື່ອແນໃສ່ຊຸກຍູ້ຄວາສະເໝີພາບລະຫວ່າງຍິງ-ຊາຍ, ດ້ວຍການເຂົ້າຮ່ວມ ແລະ ຕາງໜ້າຂອງແມ່ຍິງ ເພື່ອຮັບມືກັບໂລກລະບາດໂຄວິດ-19.”

        ຈາກສະຖານທີ່ເຊື່ອມຕໍ່ ຮ່າໂນ້ຍ, ຜູ້ຕາງໜ້າສະມາຊິກສະພາແຫ່ງຊາດ ຫວຽດນາມ ທ່ານນາງ ເລທູຮ່າ, ກຳມະການຜູ້ປະຈຳຄະນະກຳມາທິການ ການຕ່າງປະເທດຂອງສະພາແຫ່ງຊາດ, ໃຫ້ຮູ້ວ່າ, ນັບມື້ນັບມີແມ່ຍິງຫຼາຍຄົນເຂົ້າຮ່ວມວຽກງານການເມືອງຢູ່ ຫວຽດນາມ, ມີກາລະໂອກາດສຳຜັດຢ່າງສະເໝີພາບກັບທຸກການບໍລິການເສດຖະກິດ - ສັງຄົມ. ຕາມທ່ານນາງ ເລທູຮ່າ ແລ້ວ, ໃນໄລຍະຈະມາເຖິງ, ຫວຽດນາມ ຈະສຸມໃສ່ບັນດານະໂຍບາຍ ແລະ ຍຸດທະສາດຟື້ນຟູ ເພື່ອໜູນຊ່ວຍປະຕິບັດໂຄງການດຳເນີນງານແມ່ຍິງ, ສັນຕະພາບ ແລະ ຄວາມໝັ້ນຄົງ ກໍຄືການປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ ແລະ ເດັກຍິງໝົດທຸກຄົນ.

        ຜູ້ຕາງໜ້າ ຫວຽດນາມ ກໍ່ສະເໜີເພີ່ມທະວີການຮ່ວມມືລັດຖະສະພາ, ບັນດາອົງການຈັດຕັ້ງສາກົນ ແລະ ສະມາຊິກເວທີປາໄສ ເພື່ອແບ່ງປັນປະສົບການ ແລະ ບົດຮຽນ ເພື່ອແນໃສ່ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ; ສົ່ງເສີມການສ້າງຄວາມຮູ້ ແລະ ຄວາມເຂົ້າໃຈລວມລະຫວ່າງບັນດາສະມາຊິກສະພາແຫ່ງຊາດ ຈາກຫຼາຍປະເທດກ່ຽວກັບຜົນກະທົບຂອງໂລກລະບາດໂຄວິດ-19 ທີ່ມີຕໍ່ການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ ແລະ ເດັກຍິງ.

ຕອບກັບ

ຂ່າວ/ບົດ​ອື່ນ