ຫວຽດນາມ ນຳໃຊ້ແຫລ່ງທຶນຈາກ ບັນດາອົງການບໍ່ຂຶ້ນກັດລັດຖະບານ ຢ່າງມີປະສິດທິຜົນ

ຫວຽດນາມ ນຳໃຊ້ແຫລ່ງທຶນຈາກ    ບັນດາອົງການບໍ່ຂຶ້ນກັດລັດຖະບານ ຢ່າງມີປະສິດທິຜົນ - ảnh 1
ພິທີ​ຮັບ​ຮູ້​ການ​ປະກອບສ່ວນ​ຂອງ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​
ຕ່າງ​ປະ​ເທດ
ພາບ:xaluan.com

 (vovworld) - ວັນ​ທີ 16/12 ຢູ່ ຮ່າ​ໂນ້ຍ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ສົມທົບ​ກັບ​​ໂທລະພາບ ຫວຽດນາມ ຈັດ​ຕັ້ງ​ພິທີ​ຮັບ​ຮູ້​ການ​ປະກອບສ່ວນ​ຂອງ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງ​ປະ​ເທດ ​ໃນ​ການ​ຫລຸດຜ່ອນ​ຄວາມ​ອຶດຫິວ ​ແລະ ພັດທະນາ​ແບບ​ຍືນ​ຍົງ ຢູ່ ຫວຽດນາມ ປີ 2012. ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່ເຫດການ​ປະຈຳ​ປີ​ໄດ້​ຮັບ​ການຈັດ​ຕັ້ງ​ດ້ວຍ​ການ​ພົບ​ປະ​ແລ​ກປ່ຽນ ທີ່​ມີ​ຫົວ​ຂໍ້​ວ່າ: “ຄວາມ​ຂອບ​ອົກ​ຂອບ​ໃຈຈາກ​ຫວຽດນາມ” ​ເພື່ອ​ເຊີດ​ຊູ ​ແລະ ປະ​ກາດ​ຢ່າງ​ກວ້າງຂວາງ​ເຖິງ​ໝູ່​ມະຫາຊົນ​ກ່ຽວ​ກັບ​ການ​ປະກອບສ່ວນ​ທີ່​ມີ​ຄວາມ​ໝາຍ ​ແລະ​ ​ແທດ​ຈິງ​ຂອງ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ​ໃຫ້​ແກ່​ກິດຈະການ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ ​ແລະ ພັດທະນາ​ແບບ​ຍືນ​ຍົງ ຢູ່ ຫວຽດນາມ ພ້ອມ​ທັງ​ເພີ່ມ​ທະວີ​ການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ ກັບ ຫວຽດນາມ.  ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ ຫວູຊວນ​ຮົ່ງ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຊີ້​ແຈງ​ວ່າ:

        “​ໃນ​ຊຸມ​ປີຜ່ານມາ, ການ​ພົວພັນ​ລະຫວ່າງ​ປະຊາຊົນ ຫວຽດນາມ ກັບ​ປະຊາຊົນ​ ປະ​ເທດ​ຕ່າງໆໄດ້​ຮັບ​ການ​ເພີ່ມ​ທະວີ, ​ເຄືອ​ຂ່າຍ​ເພື່ອນ​ມິດສາ​ກົນ​ຂອງ ຫວຽດນາມ ຢູ່ ​ແຕ່ລະ​ປະ​ເທດ ​ແລະ ບັນດາ​ທະວີບ​ໄດ້​ຮັບ​ການ​ປັບປຸງ, ກໍ່ສ້າງ ​ແລະ ​ເສີມ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ. ການ​ຊ່ວຍ​ເຫລືອ​ຈາກ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ສືບ​ຕໍ່​ເພີ່ມ​ຂຶ້ນ, ປີ​ນີ້​ສູງ​ກວ່າ​ປີ​ກ່ອນ, ປະ​ກອບ​ສ່ວນ​ຢ່າງ​ມີ​ຄວາມ​ໝາຍ​ເຂົ້າ​ໃນ​ພາລະກິດ​ຮຳບາດ​ແຜ​ສົງຄາມ, ຫລຸດຜ່ອນ​ຄວາ​ມທຸກ​ຍາກ, ພັດທະນາ​ສາທາລະນະ​ສຸກ, ການ​ສຶກສາ, ຫນູນ​ຊ່ວຍແກ້ໄຂບັນຫາສັງຄົມ, ປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງ ດິນ​ຟ້າ​ອາກາດ​ຢູ່ ຫວຽດນາມ.”

ຂ່າວ/ບົດ​ອື່ນ