(vovworld) - ວັນທີ 20/3, ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ເຢືອງວັນກ໋ວາງ ຫົວຫນ້າຄະນະຜູ້ຕາງຫນ້າຂອງຫວຽດນາມ ປະຈຳ UNESCO ແລະ ຜູ້ຕາງຫນ້າປະທານປະເທດ ປະຈຳອົງການໃຊ້ພາສາ ຝລັ່ງ (OIF) ນຳຫນ້າ ໄດ້ເຂົ້າຮ່ວມເວທີປາໄສແມ່ຍິງໃຊ້ພາສາຝລັ່ງໂລກຄັ້ງທຳອິດຢູ່ ປາຣີ ເນື່ອງໃນໂອກາດວັນໃຊ້ພາສາຝລັ່ງ ສາກົນ ຄືວັນທີ 20/3. ເມື່ອແລກປ່ຽນກັບນັກຂ່າວ, ທ່ານເອກອັກຄະລັດຖະທູດ ເຢຶອງວັນກວ໋າງ ຖືວ່າ: ເວທີປາໄສແມ່ນການປຸກສະຕິໃຫ້ທຸກຄົນຕໍ່ຫນ້າບັນຫາຮ້ອນເຮັ່ງໃນປະຈຸບັນ ນັ້ນແມ່ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ແນວຄິດຖືເພດຊາຍສຳຄັນກວ່າເພດຍິງ.
“ອົງການໃຊ້ພາສາຝລັ່ງ ສາກົນ ມີຂໍ້ລິເລີ່ມຫລາຍຢ່າງ, ພິເສດ ແມ່ນມີຄວາມເອົາໃຈໃສ່ເຖິງຄວາມສະເຫມີພາບ ລະຫວ່າງ ຍິງຊາຍ. ເຖິງຢ່າງໃດກໍຕາມ, ບັນດາມາດຕະການແມ່ນມີຫລາຍ ແຕ່ຄວາມສາມາດະຕິບັດບໍ່ແມ່ນເລື່ອງງ່າຍ. ຕາມຂ້າພະເຈົ້າແລ້ວ, ສິ່ງສຳຄັນ ນັ້ນແມ່ນ ບັນດາປະເທດສະມາຊິກຕ້ອງມີຄວາມມານະພະຍາຍາມ. ຫວຽດນາມ ມີມາດຕະການລະອຽດຫລາຍຢ່າງ ແລະ ມີເຄື່ອງມີລະອຽດເພື່ອປະຕິບັດບັນຫານີ້. ”