ຫວຽດນາມ ປະກອບສ່ວນຢ່າງມີຄວາມຮັບຜິດຂອບໃນການຊຸກຍູ້ການພັດທະນາແບບຍືນຍົງ, ການເຕີບໂຕຂຽວ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) -ກອງປະຊຸມນີ້ຮັບຮັບຖືວ່າແມ່ນເວທີປາໄສແຖວນ້າໃນໂລກກ່ຽວກັບການຊຸກຍູ້ການຮ່ວມມືຄູ່ຮ່ວມມືພາກລັດ-ເອກະຊົນ, ສວມບົດບາດເຊື່ອມຕໍ່ບັນດາລັດຖະບານ, ວິສາຫະກິດ ແລະ ອົງການຈັດຕັ້ງການເມືອງ-ສັງຄົມ
ຫວຽດນາມ ປະກອບສ່ວນຢ່າງມີຄວາມຮັບຜິດຂອບໃນການຊຸກຍູ້ການພັດທະນາແບບຍືນຍົງ, ການເຕີບໂຕຂຽວ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ
(ພາບ: VGP)

ວັນທີ 31 ພຶດສະພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ຈະເຂົ້າຮ່ວມກອງປະຊຸມສຸດຍອດຄູ່ຮ່ວມມືກ່ຽວກັບການເຕີບໂຕຂຽວທົ່ວໂລກ 2030 (P4G) ຄັ້ງທີ 2 ທາງອອນລາຍ, ໂດຍປະເທດສ.ເກົາຫຼີ ເປັນປະທານ, ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີສ.ເກົາຫຼີ Moon Jae In. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຈະມີບົດກ່າວປາໄສສຳຄັນທີ່ກອງປະຊຸມນີ້.

ເວທີປາໄສ P4G ໄດ້ຮັບການສ້າງຕັ້ງເມື່ອປີ 2017 ບົນພື້ນຖານຂໍ້ລິເລີມຂອງລັດຖະບານ ແດນມາກ. ກອງປະຊຸມນີ້ຮັບຮັບຖືວ່າແມ່ນເວທີປາໄສແຖວນ້າໃນໂລກກ່ຽວກັບການຊຸກຍູ້ການຮ່ວມມືຄູ່ຮ່ວມມືພາກລັດ-ເອກະຊົນ, ສວມບົດບາດເຊື່ອມຕໍ່ບັນດາລັດຖະບານ, ວິສາຫະກິດ ແລະ ອົງການຈັດຕັ້ງການເມືອງ-ສັງຄົມ ເພື່ອພ້ອມກັນປຶກສາຫາລືຍົກອອກມາດຕະການແກ້ໄຂຢ່າງບຸກທະລຸກ່ຽວກັບການເຕີບໂຕຂຽວ, ປະກອບສ່ວນປະຕິບັດເປົ້າໝາຍພັດທະນາແບບຍືນຍົງ (SDGs).

ເຂົ້າຮ່ວມເວທີປາໄສ P4G ດ້ວຍຖານະເປັນ 1 ໃນຈຳນວນ 7 ປະເທດສ້າງຕັ້ງ, ຫວຽດນາມ ໄດ້ຜັນຂະຫຍາຍການກະທຳຫຼາຍຢ່າງ ສະແດງຄວາມຕັດສິນໃຈພ້ອມກັບບັນດາລັດຖະບານສະມາຊິກຂອງເວທີປາໄສ ປະຕິບັດການຫັນບັນດາເປົ້າໝາຍຂຽວທົ່ວໂລກໃຫ້ປະກົດຜົນເປັນຈິງ. ການເຂົ້າຮ່ວມຂອງຫວຽດນາມ ຢູ່ເວທີປາໄສ P4G ເວົ້າລວມ ແລະ ກອງປະຊຸມຊຸດຍອດ P4G ຄັ້ງທີ 2 ເວົ້າສະເພາະ ໄດ້ເປັນການຢັ້ງຢືນການປະກອບສ່ວນຢ່າງມີຄວາມຮັບຜິດຊອບຂອງຫວຽດນາມ ໃນການຊຸກຍູ້ການພັດທະນາແບບຍືນຍົງ, ການເຕີບໂຕຂຽວ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຄຽງຂ້າງນັ້ນ, ບັນດາການກຳນົດທິດຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງຫວຽດນາມ ທີ່ກອງປະຊຸມ ຈະເປັນການປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ສ.ເກົາຫຼີ ຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ