ຫວຽດນາມ ຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງກ່ຽວກັບການອະນຸລັກຮັກສາ ແລະ ນຳໃຊ້ເຂດດິນທາມແບບຍືນຍົງ

(VOVWORLD) -ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຊີ້ນຳຈັດຕັ້ງບາງການເຄື່ອນໄຫວໂຄສະນາ, ເຜີຍແຜ່ກ່ຽວກັບຄວາມສຳຄັນຂອງບັນດາເຂດດິນທາມທີ່ມີຕໍ່ຊັບພະຍາກອນນ້ຳ
ຫວຽດນາມ ຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງກ່ຽວກັບການອະນຸລັກຮັກສາ ແລະ ນຳໃຊ້ເຂດດິນທາມແບບຍືນຍົງ - ảnh 1(ພາບປະກອບ: TTXVN)

ໂດຍຕອບສະໜອງວັນດິນຊຸ່ມນ້ຳໂລກ 02 ກຸມພາ 2021, ວັນທີ 18 ມັງກອນ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ໄດ້ຝາກເອກະສານເຖິງບັນດາກະຊວງ, ອົງການທຽບເທົ່າກະຊວງ ແລະ ອົງການຂຶ້ນກັບລັດຖະບານ; ອົງການສູນກາງຂອງບັນດາຄະນະ, ຂະແໜງການ ແລະ ໝູ່ຄະນະ; ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງກ່ຽວກັບການຕອບສະໜອງວັນເຂດດິນທາມໂລກ 2021. ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຊີ້ນຳຈັດຕັ້ງບາງການເຄື່ອນໄຫວໂຄສະນາ, ເຜີຍແຜ່ກ່ຽວກັບຄວາມສຳຄັນຂອງບັນດາເຂດດິນທາມທີ່ມີຕໍ່ຊັບພະຍາກອນນ້ຳ, ຊີວິດຂອງມະນຸດ, ຊີວະນາໆພັນ ແລະ ຮຽກຮ້ອງໃຫ້ປະຊາຊົນທຸກໆຄົນພ້ອມກັນໃຫ້ຄຳໝັ້ນສັນຍາ, ຢຸດຕິບັນດາການເຄື່ອນໄຫວກໍ່ຄວາມຊຸດໂຊມ ແລະ ຟື້ນຟູບັນດາເຂດດິນທາມທີ່ຖືກຊຸດໂຊມ…

        ສົນທິສັນຍາກ່ຽວກັບບັນດາເຂດດິນທາມ (Ramsar) ໂດຍມີການເຂົ້າຮ່ວມຂອງ 171 ປະເທດ. ຫວຽດນາມ ແມ່ນປະເທດອາຊີຕາເວັນອອກສ່ຽງໃຕ້ທຳອິດ ເຂົ້າເປັນສະມາຊິກຂອງສົນທິສັນຍາ Ramsar ນັບແຕ່ປີ 1989.

ຕອບກັບ

ຂ່າວ/ບົດ​ອື່ນ