( vovworld ) – ບົດຂຽນລົງພິມໃນໜັງສືພິມ Wall Stress Journal ສະບັບອອກວັນທີ 14/6 ໄດ້ໃຫ້ຂໍ້ສັງເກດວ່າ: ຫວຽດນາມ ພວມໄປຖືກທິດໃນການແກ້ໄຂບັນຫາໜີ້ເສຍ. ຕາມບົດຂຽນດັ່ງກ່າວແລ້ວ, ຫວຽດນາມ ພວມມີບັນດາບາດກ້າວເດີນອັນຈຳເປັນເພື່ອແກ້ໄຂບັນດາບັນຫາຊື່ງພື້ນຖານເສດຖະກິດພວມຕ້ອງປະເຊີນໜ້າ. ໃນປີຜ່ານມາ, ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາປະຕິຮູບບັນດາລັດວິສາຫະກິດ ແລະ ຮັດກຸ່ມສິນເຊື່ອ, ຊ່ວຍຫລຸດຜ່ອນອັດຕາເງິນເຟີ້ລົງໃນລະດັບ 8%. ໃນໄລຍະມໍ່ໆມານີ້, ຫວຽດນາມ ໄດ້ຫລຸດຜ່ອນອັດຕາດອກເບັ້ຍເງິນກູ້ຢືມລົງຫຼາຍເທື່ອແລ້ວ ຊື່ງແມ່ນວິທີສາມາດຊ່ວຍບາງເປົ້າໝາຍກູ້ຢືມທຶນມີເງິນໃຊ້ໜີ້ ແລະ ຢືມຕໍ່.