ຫວຽດນາມ ພ້ອມກັບບັນດາປະເທດອາຊຽນ ຮັກສາຄວາມສາມັກຄີ, ຮັບມືກັບສິ່ງທ້າທາຍທີ່ພວມເກີດຂຶ້ນຢ່າງມີປະສິດທິຜົນ

(VOVWORLD) -ການນຳ ອາຊຽນ ແລະ ບັນດາຄູ່ຮ່ວມມື ໄດ້ປຶກສາຫາລື, ເຫັນດີເປັນຢ່າງສູງຕໍ່ມາດຕະການເພີ່ມທະວີການຮັບມືກັບໂລກລະບາດໂຄວິດ-19 ແລະ ຟື້ນຟູ, ພັດທະນາເສດຖະກິດ - ສັງຄົມ
ຫວຽດນາມ ພ້ອມກັບບັນດາປະເທດອາຊຽນ ຮັກສາຄວາມສາມັກຄີ, ຮັບມືກັບສິ່ງທ້າທາຍທີ່ພວມເກີດຂຶ້ນຢ່າງມີປະສິດທິຜົນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ
(ພາບ: TTXVN)

ໃນບັນດາກອງປະຊຸມສຸດຍອດ ອາຊຽນ ເຊິ່ງດຳເນີນແບບທາງໄກໃນລະຫວ່າງວັນທີ 26-28 ຕຸລາ, ພາຍໃຕ້ການເປັນປະທານ ອາຊຽນ ປີ 2021 ຂອງປະເທດBrunei Darussalam, ໄດ້ສຳເລັດທຸກລາຍການເຄື່ອນໄຫວ. ຕອນບ່າຍວັນທີ 28 ຕຸລາ Brunei Darussalam ໄດ້ມອບຕຳແໜ່ງປະທານ ອາຊຽນ ປີ 2022 ໃຫ້ແກ່ ລາຊະອານາຈັກ ກຳປູເຈຍ.

        ທີ່ບັນດາກອງປະຊຸມ, ການນຳ ອາຊຽນ ແລະ ບັນດາຄູ່ຮ່ວມມື ໄດ້ປຶກສາຫາລື, ເຫັນດີເປັນຢ່າງສູງຕໍ່ມາດຕະການເພີ່ມທະວີການຮັບມືກັບໂລກລະບາດໂຄວິດ-19 ແລະ ຟື້ນຟູ, ພັດທະນາເສດຖະກິດ - ສັງຄົມ, ຟື້ນຟູການໄປມາລະຫວ່າງບັນດາປະເທດ ໃນເງື່ອນໄຂປົກກະຕິໃໝ່ໂດຍໄວ.

        ກ່ຽວກັບບັນຫາທະເລຕາເວັນອອກ, ການນຳບັນດາປະເທດລ້ວນແຕ່ຍົກສູງໜ້າທີ່ຄວາມຮັບຜິດຊອບ, ຈິດໃຈເຄົາລົບກົດໝາຍ, ແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິພາບ, ປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

        ທີ່ເຫດການຕ່າງໆ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ລ້ວນແຕ່ມີບົດກ່າວປາໄສສຳຄັນ, ສຸມໃສ່ບັນຫາຈຸດສຸມ ແລະ ສິ່ງທ້າທາຍທີ່ຫາກໍ່ເກີດຂຶ້ນເຊິ່ງ ອາຊຽນ ພວມຮັບມື. ຜ່ານນັ້ນ, ສືບຕໍ່ຢືນຢັນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ ແລະ ເລິກເຊິ່ງ, ກວ້າງຂວາງຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ