(vovworld) - ໂດຍໄດ້ຮັບຄຳເຊີນຂອງຄະນະກຳມະການສັນຕິພາບຫວຽດນາມ, ຄະນະຜູ້ແທນຄະນະກຳມະການສັນຕິພາບ ແລະ ສາມັກຄີລາວ, ໂດຍທ່ານປະທານຄະນະກຳມະການ ຄຳພັນ ສີມະນາວົງ ນຳໜ້າ, ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ໃນລະຫວ່າງວັນທີ 09 – 13 ກັນຍາ. ວັນທີ 10 ກັນຍາ, ຢູ່ຮ່າໂນ້ຍ, ທ່ານຮອງປະທານຜູ້ຮັບຜິດຊອບສະຫະພັນບັນດາອົງການມິດຕະພາບຫວຽດນາມ ດົນຕ໋ວນຟອງ ໄດ້ມີການຕ້ອນຮັບຄະນະ. ທ່ານຮອບປະທານ ດົນຕ໋ວນຟອງ ເນັ້ນໜັກວ່າ ຍາມໃດສະຫະພັນກໍ່ສະນັບສະໜູນ ແລະ ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ 2 ຄະນະກຳມະການປະຕິບັດບັນດາແຜນການຮ່ວມມືຂອງຕົນເປັນຢ່າງດີ ແລະ ປາດຖະໜາວ່າ ໃນໄລຍະຈະມາເຖິງການພົວພັນຮ່ວມມືລະຫວ່າງ 2 ປະເທດເວົ້າລວມ ແລະ ລະຫວ່າງ 2 ຄະນະກຳມະການເວົ້າສະເພາະ ຈະໄດ້ຮັບຜົນດີ, ປັບປຸງການພົວພັນຖານອ້າຍນ້ອງທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ລາວ
ສະຫະພັນບັນດາອົງການມິດຕະພາບຫວຽດນາມພ້ອມແລ້ວທີ່ຈະແບ່ງປັນບົດຮຽນໃນວຽກງານຂົນຂວາຍອົງການປອດລັດຖະບານຕ່າງປະເທດ ແລະ ອົງການທີ່ກ່ຽວຂ້ອງຊ່ວຍເຫຼືອລາວ ແນໃສ່ສະແຫວງຫາແຫຼ່ງກຳລັງໃນວຽກງານລົບລ້າງຄວາມອຶດຫີວຫຼຸດຜ່ອນຄວາມທຸກຍາກ, ພັດທະນາເສດຖະກິດສັງຄົມ... ທ່ານປະທານຄະນະກຳມະການ ຄຳພັນ ສີມະນາວົງ ຂອບອົກຂອບໃຈສະຫະພັນບັນດາອົງການມິດຕະພາບຫວຽດນາມໄດ້ໃຫ້ການຊ່ວຍເຫຼືອບັນດາອົງການຈັດຕັ້ງປະຊາຊົນລາວຈັດຕັ້ງເວທີປາໄສປະຊາຊົນອາຊີ - ເອີລົບຄັ້ງທີ 9 ຢູ່ລາວໃນປີ 2012 ສຳເລັດຜົນ ແລະ ສະແດງຄວາມເຊື່ອໝັ້ນວ່າ, ໃນໄລຍະຈະມາເຖິງ