ຫວຽດນາມ ມີຄວາມຜູກພັນກັບງານບຸນສາມັກຄີ Manifiesta ຢູ່ ແບນຊິກ

(VOVWORLD) -  ໃນລະຫວ່າງວັນທີ 21 – 22 ກັນຍາ, ງານບຸນສາມັກຄີີ (Manifiesta) ໂດຍພັກແຮງງານຂອງ ແບນຊິກ (PTB) ຈັດຕັ້ງຂຶ້ນຢູ່ແຄມທະເລ Bredence, ທາງພາກເໜືອ ແບນຊິກ, ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າພັກກອມມູນິດ ແລະ ພັກຝ່າຍຊ້າຍທີ່ມາຈາກຫຼາຍປະເທດໃນໂລກ. 
ຫວຽດນາມ ມີຄວາມຜູກພັນກັບງານບຸນສາມັກຄີ Manifiesta ຢູ່ ແບນຊິກ - ảnh 1ນັກສຶກສາຫວຽດນາມ ແລະ ປະເທດອືື່ນໆເຂົ້າຮ່ວມງານບຸນເປັນຈໍານວນຫຼວງຫຼາຍ (ພາບ: TTXVN)

  ຄະນະຜູ້ແທນຫວຽດນາມ ໂດຍທ່ານ ຫວູແອັງກວາງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ແບນຊິກ ແລະ ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈໍາ ສະຫະພາບເອີຣົບ (ອີຢູ) ນໍາໜ້າຄະນະເຂົ້າຮ່ວມຢ້ຽມຊົມງານບຸນ.

        ທ່ານເອກອັກຄະລັດຖະທູດ ຫວູແອັງກວາງ ຕີລາຄາສູງຄວາມໝາຍຂອງງານບຸນ Manifiesta ໃນການເຊື່ອມຕໍ່ຄວາມສາມັກຄີລະຫວ່າງບັນດາກໍາລັງກອມມູນິດ, ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານສາກົນ. ທ່ານເອກອັກຄະລັດຖະທູດ ຫວູແອັງກວາງ ໃຫ້ຮູ້ວ່າ ນີ້ແມ່ນໂອກາດເພື່ອໃຫ້ຫວຽດນາມ ສະແດງນໍ້າໃຈຄວາມສາມັກຄີກັບພັກກອມມູນິດ ແລະ ກໍາມະກອນສາກົນ. ທ່ານ ກໍເຜີຍໃຫ້ຮູ້ຈຸດປະສົງຈະເປີດຮ້ານວາງສະແດງຜະລິດຕະພັນໃນງານບຸນສາມັກຄີໃນປີໜ້າ ແມ່ນເພື່ອແນໃສ່່ໂຄສະນາອາຫານການກິນ, ວັດທະນະທໍາ ແລະ ສະຖານທີ່ທ່່ອງທ່ຽວຂອງຫວຽດນາມ ໃຫ້ຊາວຜູ້ອອກແຮງງານ ແບນຊິກ ແລະ ເພື່ອນມິດສາກົນຮັບຊາບ.

        ລາຍການຂອງງານບຸນມີຄວາມອຸດົມສົມບູນໄປດ້ວຍບັນດາລາຍການສະແດງສິລະປະ, ອາຫານການກິນ ແລະ ພິເສດແມ່ນໄດ້ຈັດຕັ້ງກອງປະຊຸມປຶກສາຫາລືເກືອບ 200 ຄັ້ງ ກ່ຽວກັບບັນດາບັນຫາສິດຂອງແມ່ຍິງ, ປົກປັກຮັກສາສິ່ງແວດລ້ອມ ຫຼື ຕ້ານການຈໍາແນກເຊື້ອຊາດຜິວພັນ...


ຕອບກັບ

ຂ່າວ/ບົດ​ອື່ນ