ຫວຽດນາມ ມີທີ່ຕັ້ງພິເສດ ໃນນະໂຍບາຍ ການຕ່າງປະເທດຂອງ Rumani
ທ່ານ Valeriu Arteni, ເອກອັກຄະລັດຖະທູດ Rumani ປະຈຳຫວຽດນາມ
(ພາບ: vietnamplus.vn)
(vovworld) - ຫວຽດນາມ ມີທີ່ຕັ້ງພິເສດໃນນະໂຍບາຍການຕ່າງປະເທດຂອງ Rumani. ນັ້ນແມ່ນຄຳຢືນຢັນຂອງທ່ານ Valeriu Arteni, ເອກອັກຄະລັດຖະທູດ Rumani ປະຈຳຫວຽດນາມ ທີ່ພິທີສະເຫຼີມສະຫຼອງວັນຊາດ Rumani (01/12/1981 – 01/12/2013), ໂດຍສະຫະສະມາຄົມບັນດາອົງການມິດຕະພາບ ແລະ ຄະນະຕິດຕໍ່ພົວພັນນັກສຶກສາຫວຽດນາມ ພວມຮໍ່າຮຽນຢູ່ Rumani ນະຄອນໂຮ່ຈິມິນ ຈັດຕັ້ງໃນຕອນຄໍ່າວັນທີ 01/12, ຢູ່ນະຄອນໂຮ່ຈິມິນ. ຕາມທ່ານເອກອັກຄະລັດຖະທູດ Valeriu Arteni ແລ້ວ, ລັດຖະບານ Rumani ພວມປະຕິບັດນະໂຍບາຍຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ໃຫ້ບຸລິມະສິດແກ່ການພັດທະນາກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ໃນນັ້ນມີຫວຽດນາມ. ທ່ານເອກອັກຄະລັດຖະທູດ Valeriu Arteni ໃຫ້ຮູ້ວ່າ, Rumani ສະໜັບສະໜູບຄວາມຕັດສິນໃຈຂອງຫວຽດນາມ ເພື່ອແນໃສ່ຕັ້ງໜ້າຊຸກຍູ້ການພົວພັນຮ່ວມມືຢ່າງແໜ້ນແຟ້ນກັບສະຫະພາບເອີລົບ, ລົງນາມໃນສັນຍາການຄ້າເສລີ - FTA ແລະ ຮັບຮອງເອົາສັນຍາກ່ຽວກັບຄູ່ຮ່ວມມື ແລະ ການຮ່ວມມືລະຫວ່າງ EU - ຫວຽດນາມ ໂດຍໄວ.