ພິທີມອບຮັບປື້ມປະຫວັດສາດການພົວພັນແບບພິເສດ
ຫວຽດນາມ - ລາວ
|
(vovworld) - ຕອນບ່າຍວັນທີ 24/8 ຢູ່ ນະຄອນຫລວງ ວຽງຈັນ, ສຳນັກພິມຈຳຫນ່າຍການເມືອງແຫ່ງຊາດໂຮ່ຈິມີນ ໄດ້ມອບປື້ມ“ໂຄງການຮຽບຮຽງປະຫວັດສາດແຫ່ງການພົວພັນແບບພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ ໄລຍະ 1930 - 2007” ໃຫ້ແກ່ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ 13.000 ຫົວ. ທ່ານ ເຈືອງ ສົມບູນຂັນ ເລຂາສູນກາງພັກ, ຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ໄດ້ຕາງຫນ້າໃຫ້ຄະນະໂຄສະນາອົບຮົມສູນກາງພັກ ສະແດງຄວາມຂອບອົກຂອບໃຈຕໍ່ພັກ, ລັດ ຫວຽດນາມ, ຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ໄດ້ມອບຂອງຂວັນທີ່ມີຄວາມໝາຍ ກົງກັບໂອກາດສອງປະເທດຈັດຕັ້ງການເຄື່ອນໄຫວແທດຈິງຫລາຍຢ່າງເພື່ອຂຳ່ນັບຮັບຕ້ອນເຫດການສຳຄັນໃນປີ 2012. ຈຳນວນປື້ມດັ່ງກ່າວຈະເພີ່ມເອກະສານຢ່າງມີຊີວິດຊີວາກ່ຽວກັບສາຍພົວພັນແບບພິເສດລະຫວ່າງສອງປະເທດເພື່ອໂຄສະນາ, ເຜີຍແຜ່ເຖິງບັນດາຄະນະ, ຂະແຫນງການ ແລະ ປະຊາຊົນທ້ອງຖິ່ນຕ່າງໆໃນທົ່ວປະເທດ ເນື່ອງໃນໂອກາດປີສາມັກຄີມິດຕະພາບ ຫວຽດນາມ - ລາວ.