ທ່ານພົນຈັດຕະວາ Kyaw Kyaw Tun ແລະ ທ່ານລັດຖະມົນຕີກະຊວງຕຳຫຼວດ ເຈິ່ນດ້າຍກວາງ
(vovworld) - ວັນທີ 19/11, ທີ່ການຕ້ອນຮັບຄະນະຜູ້ແທນກະຊວງພາຍໃນ ສ. ສະຫະພາບ ມຽນມາ ໂດຍພົນຈັດຕະວາ Kyaw Kyaw Tun, ຮອງລັດຖະມົນຕີ ກະຊວງພາຍໃນ ສ. ສະຫະພາບ ມຽນມາ ເປັນຫົວໜ້າຄະນະ, ມາເຂົ້າຮ່ວມກອງປະຊູມຄູ່ເຈລະຈາປ້ອງກັນຄວາມສະຫງົບຂັ້ນຮອງລັດຖະມົນຕີຄັ້ງທີໜຶ່ງລະຫວ່າງກະຊວງຕຳຫຼວດ ຫວຽດນາມ ກັບ ກະຊວງພາຍໃນ ສ. ສະຫະພາບ ມຽນມາ, ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ເຈິ່ນດ້າຍກວາງ ເນັ້ນໜັກວ່າ: ໂດຍປະຕິບັດສັນຍາຮ່ວມມືລະຫວ່າງລັດຖະບານສອງປະເທດ ຫວຽດນາມ - ມຽນມາ ໃນຂົງເຂດການຕໍ່ສູ້ປ້ອງກັນ, ຕ້ານອາຊະຍາກຳ, ກະຊວງຕຳຫຼວດ ຫວຽດນາມ - ກະຊວງພາຍໃນ ມຽນມາ ໄດ້ຊຸກຍູ້, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດຕໍ່ສູ້ປ້ອງກັນ, ຕ້ານອາຊະຍາກຳຂ້າມຊາດ; ປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນທົ່ວສັງຄົມ, ບັນລຸບັນດາໝາກຜົນອັນດີງາມ, ຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຂອງແຕ່ລະປະເທດ. ບົນຈິດໃຈຮ່ວມມືເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມສະຫງົບຂອງແຕ່ລະປະເທດ, ໃນໄລຍະຈະມາເຖິງ, ກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງພາຍໃນ ມຽນມາ ຕ້ອງຍູ້ແຮງການເພີ່ມທະວີສົມທົບກັນຕໍ່ສູ້ປ້ອງກັນ, ຕ້ານອາຊະຍາກຳ, ແບ່ງປັນປະສົບການໃນການງານປົກປັກຮັກສາຄວາມສະຫງົບແຫ່ງຊາດ; ບັນລຸໄດ້ໝາກຜົນແທດຈິງກວ່າອີກໃນບັນດາຂົງເຂດການຮ່ວມມື.