ຫວຽດນາມ - ສິງກະໂປ ເຫັນດີເປີດກວ້າງການຮ່ວມມືໃນຫຼາຍຂົງເຂດ, ໂດຍສະເພາະແມ່ນການເຊື່ອມຕໍ່ 2 ພື້ນຖານເສດຖະກິດດີຈີຕອນ

(VOVWORLD) -ການນຳ 2 ທ່ານໄດ້ນຳໜ້າຄະນະຜູ້ແທນຂັ້ນສູງດຳເນີນການພົບປະເຈລະຈາ. ການນຳ 2 ທ່ານໄດ້ເປັນເອກະພາບບາງທິດທາງໃຫຍ່ໃນການຮ່ວມມືລະຫວ່າງ 2 ປະເທດ
ຫວຽດນາມ - ສິງກະໂປ ເຫັນດີເປີດກວ້າງການຮ່ວມມືໃນຫຼາຍຂົງເຂດ, ໂດຍສະເພາະແມ່ນການເຊື່ອມຕໍ່ 2 ພື້ນຖານເສດຖະກິດດີຈີຕອນ - ảnh 1(ພິທີຕ້ອນຮັບທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ)

ວັນທີ 25 ກຸມພາ, ທ່ານນາງປະທານາທິບໍດີ ສິງກະໂປ Halimah Yacob ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ທີ່ໄປຢ້ຽມຢາມທາງລັດຖະກິດ ຢູ່ສິງກະໂປ ຢ່າງສົມກຽດ. ຕໍ່ຈາກນັ້ນ ການນຳ 2 ທ່ານໄດ້ນຳໜ້າຄະນະຜູ້ແທນຂັ້ນສູງດຳເນີນການພົບປະເຈລະຈາ. ການນຳ 2 ທ່ານໄດ້ເປັນເອກະພາບບາງທິດທາງໃຫຍ່ໃນການຮ່ວມມືລະຫວ່າງ 2 ປະເທດ, ເຫັນດີສຸມໃສ່ຊຸກຍູ້ການເຊື່ອມຕໍ່ລະຫວ່າງ 2 ພື້ນຖານເສດຖະກິດ, ເອົາໃຈໃສ່ ການຮ່ວມມືໃນຂົງເຂດຂອງຍຸກສະໄໝເຕັກໂນໂລຊີ 4.0 ຄື: ເສດຖະກິດດີຈີຕອນ, ການຫັນເປັນດີຈີຕອນ, ການປ່ຽນແປງໃໝ່ປະດິດຄິດສ້າງ, ການພັດທະນາແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ, ພັດທະນາຂຽວ ແລະ ຍືນຍົງ…

ຫວຽດນາມ - ສິງກະໂປ ເຫັນດີເປີດກວ້າງການຮ່ວມມືໃນຫຼາຍຂົງເຂດ, ໂດຍສະເພາະແມ່ນການເຊື່ອມຕໍ່ 2 ພື້ນຖານເສດຖະກິດດີຈີຕອນ - ảnh 2(ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີິຊຽນຫຼົງ)

ໃນວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີິຊຽນຫຼົງ. ຢູ່ທີ່ນີ້, 2 ຝ່າຍໄດ້ແລກປ່ຽນ ແລະ ເປັນເອກະພາບສູງຕໍ່ທິດທາງໃຫຍ່ໃຫ້ແກ່ການຮ່ວມມືຂອງ 2 ປະເທດໃນທຸກຂົງເຂດ. ຕາມນັ້ນແລ້ວ, ຈະຟື້ນຟູການຢ້ຽມຢາມ, ພົບປະຂັ້ນສູງ ແລະ ທຸກຂັ້ນໂດຍໄວ; ຊຸກຍູ້ການຮ່ວມມືດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຜັນຂະຫຍາຍບັນດາກົນໄກຮ່ວມມື 2 ຝ່າຍຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນກົນໄກລັດຖະມົນຕີກ່ຽວກັບການເຊື່ອມຕໍ່ 2 ພື້ນຖານເສດຖະກິດ.

ການນຳ 2 ທ່ານໄດ້ຢືນຢັນສືບຕໍ່ສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ເວທີປາໄສຫຼາຍຝ່າຍຢູ່ພາກພື້ນ ແລະ ທົ່ວໂລກ. 2 ຝ່າຍກໍ່ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ. ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ຫຼີິຊຽນຫຼົງ ໄດ້ເປັນສັກຂີພິຍານພິທີແລກປ່ຽນເອກະສານຮ່ວມມື 2 ຝ່າຍ 05 ສະບັບ.

ຕອບກັບ

ຂ່າວ/ບົດ​ອື່ນ