ຫວຽດນາມ ສູ້ຊົນສັກວັກຊິນກັນໂຄວິດ-19ເຂັມທີ 3 ໃຫ້ສຳເລັດໃນທ້າຍໄຕມາດທີ 1 ປີ 2022

(VOVWORLD) -ລັດຖະບານຕີລາຄາວ່າ ທົ່ວປະເທດໂລກລະບາດໂຄວິດ-19 ໄດ້ຮັບການຄວບຄຸມໂດຍພື້ນຖານ, ແຕ່ໂລກລະບາດຍັງມີການຜັນແປທີ່ສັບສົນເມື່ອ ຫວຽດນາມ ກວດພົບຜູ້ຕິດໄວຣັດກາຍພັນ Omicron
ຫວຽດນາມ ສູ້ຊົນສັກວັກຊິນກັນໂຄວິດ-19ເຂັມທີ 3 ໃຫ້ສຳເລັດໃນທ້າຍໄຕມາດທີ 1 ປີ 2022 - ảnh 1ຫວຽດນາມ ໄດ້ສັກວັກຊິນຄົບໂດຍພື້ນຖານໃຫ້ພົນລະເມືອງກວ່າ 70% ແລ້ວ
(ພາບປະກອບ: VGP)

ລັດຖະບານ ຫວຽດນາມ ຫາກໍມີບົດລາຍງານສົ່ງເຖິງສະພາແຫ່ງຊາດກ່ຽວກັບສະພາບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ໂດຍສະເພາະແມ່ນການຮັບມືກັບໄວຣັດກາຍພັນ Omicron. ລັດຖະບານຕີລາຄາວ່າ ທົ່ວປະເທດໂລກລະບາດໂຄວິດ-19 ໄດ້ຮັບການຄວບຄຸມໂດຍພື້ນຖານ, ແຕ່ໂລກລະບາດຍັງມີການຜັນແປທີ່ສັບສົນເມື່ອ ຫວຽດນາມ ກວດພົບຜູ້ຕິດໄວຣັດກາຍພັນ Omicron, ມີຄວາມສ່ຽງສູງໃນການຕິດແປດ, ແຜ່ລະບາດອອກສູ່ວົງກວ້າງ.

        ກໍ່ໃນບົດລາຍງານ, ລັດຖະບານໃຫ້ຮູ້ວ່າ ມາຮອດປະຈຸບັນ, ຫວຽດນາມ ໄດ້ສັກວັກຊິນຄົບໂດຍພື້ນຖານໃຫ້ພົນລະເມືອງກວ່າ 70% ແລ້ວ. ຄາດວ່າ, ຫວຽດນາມ ຈະສຳເລັດການສັກວັກຊິນເຂັມທີ 3 ໃນທ້າຍໄຕມາດທີ 1 ຂອງປີ 2022. ກ່ຽວກັບເລື່ອງສັກວັກຊິນກັນໂຄວິດ-19 ໃຫ້ເດັກໃນເກນອາຍຸແຕ່ 5 ຫາ 11 ປີ, ຫວຽດນາມ ພວມຕັ້ງໜ້າກະກຽມ ແລະ ຈະຜັນຂະຫຍາຍຕາມຂໍ້ສະເໜີແນະທາງດ້ານວິທະຍາສາດ ເພື່ອຮັບປະກັນຄວາມປອດໄພ, ມີປະສິດທິຜົນ.

        ລັດຖະບານໃຫ້ຮູ້ວ່າ, ຈະສືບຕໍ່ຊີ້ນຳການປະຕິບັດຍຸດທະສາດສັກວັກຊິນກັນໂຄວິດ-19 ໃຫ້ໄວກວ່າອີກ, ຈັດຕັ້ງການສັກວັກຊິນດ້ວຍຄວາມປອດໄພ ແລະ ໄວທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ