ທ່ານ ພົນໂທ ເຈີ່ນດ້າຍກວາງ, ລັດຖະມົນຕີກະຊວງຕະຫຼວດ
( ພາບຈາກອີນເຕີແນດ )
( vovworld ) - ວັນທີ 15/2, ກ່າວຄຳເຫັນທີ່ກອງປະຊຸມສະຫຼຸບວຽກງານຂອງພັກ, ວຽກງານຕິດຕາມກວດກາປີ 2011 ແລະ ຜັນຂະຫຍາຍວຽກງານປີ 2012 ຂອງອົງຄະນະພັກຕຳຫຼວດສູນກາງ, ທ່ານ ພົນໂທ ເຈີ່ນດ້າຍກວາງ, ລັດຖະມົນຕີກະຊວງຕະຫຼວດ ໄດ້ຮຽກຮ້ອງຄະນະພັກທຸກຂັ້ນໃນອົງຄະນະພັກຕຳຫຼວດສູນກາງຈົ່ງສຸມໃສ່ຊີ້ນຳການປະຕິບັດມະຕິຂອງອົງຄະພັກຕຳຫຼວດສູນກາງກ່ຽວກັບໜ້າທີ່ຮັບປະກັນຄວາມສະຫງົບປອດໄພແຫ່ງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ກໍ່ສ້າງກຳລັງຢ່າງມີໄຊ. ທ່ານລັດຖະມົນຕີກະຊວງຕຳຫຼວດສະເໜີໃຫ້ຫົວໜ່ວຍຕ່າງໆສຸມກຳລັງ, ຜັນຂະຫຍາຍບັນດາມາດຕະການ, ແຜນການ, ວິທີຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຢ່າງຄົບຊຸດ ແລະ ມີປະສິດທິຜົນ, ປະກອບສ່ວນຮັກສາສະຖຽນລະພາບທາງການເມືອງ, ບໍ່ປະໃຫ້ເກີດການທຳລາຍ, ກໍ່ການຮ້າຍ, ຈາລະຈົມ. ສືບຕໍ່ຕໍ່ສູ້ຕ້ານອາດຊະຍາກຳທຸກປະເພດ, ໂດຍສະເພາະແມ່ນອາດຊະຍາກຳມີການຈັດຕັ້ງ, ຂ້າມຊາດ ແລະ ອາດຊະຍາກຳສໍ້ລາດບັງຫຼວງ.