( vovworld ) - ວັນທີ 5/3, ຢູ່ນະຄອນຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ( VCCI ) ສົມທົບກັບຫ້ອງການການຄ້າ Ceylon, ສະພາວິສາຫະກິດສຣີລານກາ - ຫວຽດນາມ, ສະຖານທູດສຣີລານກາ ປະຈຳຫວຽດນາມ ຈັດຕັ້ງເວທີປາໄສວິສາຫະກິດຫວຽດນາມ - ສຣີລານກາ. ເວທີປາໄສນີ້ແມ່ນກາລະໂອກາດເພື່ອໃຫ້ວິສາຫະກິດຂອງສອງປະເທດພົບປະແລກປ່ຽນ, ຊອກຫາກາລະໂອກາດຮ່ວມມືລົງທຶນໃນບັນດາຂົງເຂດຄື; ການຢາ, ສາທາລະນະສຸກ, ອະສັງຫາລິມະສັບ, ສິນທະເລ, ເຄື່ອງຈັດຮັບໃຊ້ກະສິກຳ, ເຕັກໂນໂລຊີ… ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ຮ່ວາງວັນຢຸງ, ຮອງປະທານຈະຈຳ VCCI ໄດ້ເນັ້ນໜັກວ່າ, ຫວຽດນາມ ແລະ ສຣີລານກາມີຈຸດທີ່ຄ້າຍຄືກັນກ່ຽວກັບດ້ານປະຫວັດສາດ ແລະ ການພັດທະນາເສດຖະກິດ. ເພາະສະນັ້ນ, ຫວຽດນາມ ເຊື້ອໝັ້ນວ່າປະຊາຄົມວິສາຫະກິດຂອງສອງປະເທດຈະຍາດແຍ່ງທ່າແຮງ, ຄວາມສາມາດບົ່ມຊ້ອນຂອງຕົນເພື່ອຮ່ວມມືລົງທຶນດຳເນີນທຸລະກິດ ປະກອບສ່ວນນຳສາຍພົວພັນລະຫວ່າງສອງປະເທດຂື້ນສູ່ລະດັບສູງໃໝ່.