ຫວຽດນາມ ສະເຫຼີມສະຫຼອງ ວັນສິດທິມະນຸດສາກົນ
ສະພາສິດທິມະນຸດ, ສະຫະປະຊາຊາດ
(ພາບ: AFP)
(vovworld) - ວັນທີ 10/12 ແຕ່ລະປີໄດ້ຮັບການຄັດເລືອກເປັນວັນສິດທິມະນຸດສາກົນ, ເຊິ່ງແມ່ນວັນທີ່ສະຫະປະຊາຊາດປະກາດຄຳຖະແຫຼງສາກົນກ່ຽວກັບສິດທິມະນຸດ. ຫວຽດນາມ ຈັດພິທີສະເຫຼີມສະຫຼອງວັນສິດທິມະນຸດສາກົນປີນີ້ ໃນສະພາບທີ່ຫາກໍ່ກາຍເປັນສະມາຊິກຂອງສະພາສິດທິມະນຸດສະຫະປະຊາຊາດ. ກົງກັບໂອກາດນີ້, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ເຊັນປະກາດລັດຖະທຳມະນູນປະເທດ ສສ ຫວຽດນາມ, ໃນນັ້ນມີຫຼາຍຂໍ້ມາດຕາຍົກສູງສິດຂອງມະນຸດ. ພາຍຫຼັງທີ່ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ເຊັນປະກາດລັດຖະທຳມະນູນປະເທດ ສສ ຫວຽດນາມ ເປັນເວລາ 1 ວັນ, ວັນທີ 09/12, ຫ້ອງການປະຈຳຄະນະຊີ້ນຳກ່ຽວກັບສິດທິມະນຸດຂອງລັດຖະບານ ພ້ອມກັບໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ສົມທົບກັນຈັດຕັ້ງການໂອ້ລົມສົນທະນາກ່ຽວກັບຫົວເລື່ອງ “ການຮັບປະກັນ ແລະ ຊຸກຍູ້ສິດທິມະນຸດຕາມລັດຖະທຳມະນູນປະເທດ ສສ ຫວຽດນາມ”. ພົນຕີ ເລຟຸກຫງວຽນ, ບັນນາທິການໃຫຍ່ໜັງສືພິມກອງທັງປະຊາຊົນຢືນຢັນວ່າ.
“ຜ່ານຄຳເຫັນໄຈ້ແຍກຂອງບັນດານັກປາຖະກະຖາ, ບັນດານັກຄົ້ນຄວ້າ, ພວກເຮົາສາມາດເຫັນໄດ້ວ່າ, ລັດຖະມຳມະນູນສະບັບປັບປຸງ ໄດ້ຍົກສິດຂອງມະນຸດຂຶ້ນລະດັບເໝາະສົມ. ບັນດານັກປາຖະກະຖາໄດ້ໄຈ້ແຍກຢ່າງຈະແຈ້ງວ່າ, ພວກເຮົາບໍ່ພຽງແຕ່ອີ່ງໃສ່ບັນດາສັນຍາສາກົນກ່ຽວກັບສິດທິມະນຸດເທົ່ານັ້ນ ຫາກພວກເຮົາຍັງມີບັນດາຂໍ້ກຳນົດ ທີ່ກ້າວໜ້າກວ່າອີກດ້ວຍ. ສະນັ້ນ, ບັນດາຄຳເຫັນທີ່ຖືວ່າ, ລັດຖະທຳມະນູນຂອງພວກເຮົາຍັງແຕກຕ່າງກັບມາດຖານສາກົນກ່ຽວກັບສິດທິມະນຸດ ນັ້ນແມ່ນບໍ່ມີພື້ນຖານ”.