(TTX) - ວັນທີ 17/9, ຢູ່ວຽນ, ປະເທດໂອຕຣິດ ໄດ້ດຳເນີນກອງປະຊຸມປະຈຳປີຄັ້ງທີ 56 ຂອງສະມັດຊາໃຫຍ່ອົງການພະລັງງານປະລະມານູສາກົນ (IAEA) ດ້ວຍການເຂົ້າຮ່ວມຂອງ 155 ປະເທດສະມາຊິກ ພ້ອມກັບບັນດາອົງການຈັດຕັ້ງສາກົນ, ອົງການບໍ່ຂຶ້ນກັບລັດຖະບານ, ອົງການສື່ມວນຊົນ ທີ່ມາຈາກຫຼາຍປະເທດ. ກ່າວຄຳປາໄສທີ່ກອງປະຊຸມ, ຫົວໜ້າຄະນະຜູ້ແທນຫວຽດນາມ, ທ່ານລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ Nguyen Quan ໄດ້ຢືນຢັນວ່າ ຫວຽດນາມ ສະໜັບສະໜູນ ແລະ ປະຕິບັດແຜນການເຄື່ອນໄຫວຂອງ IAEA ກ່ຽວກັບຄວາມປອດໄພນິວເຄຼຍ, ພ້ອມກັນນັ້ນກໍຊົມເຊີຍຂົມເຂີຍບັນດາປະເທດມີໄຟຟ້ານິເຄຼຍ ທີ່ໄດ້ປະຕິບັດເລື່ອງຕີລາຄາຄວາມປອດໄພສຳຫຼັບໂຮງງານໄຟຟ້ານິວເຄຼຍ ແລະ ປະຕິບັດບັນດາການເຄື່ອນໄຫວທີ່ຈຳເປັນເພື່ອເພີ່ມທະວີຄວາມປອດໄພດ້ານນິວເຄຼຍ. ທ່ານລັດຖະມົນຕີ Nguyen Quan ໄດ້ແຈ້ງທີ່ກອງປະຊຸມກ່ຽວກັບເລື່ອງທ່ານປະທານປະເທດຫວຽດນາມ ໄດ້ໃຫ້ສັດຕະຍາບັນອະນຸສັນຍາເພີ່ມເຕີ່ມ; ບັນດາລະບຽບການທີ່ຈຳເປັນເພື່ອຖະແຫຼງເຂົ້າຮ່ວມສົນທິສັນຍາປ້ອງກັນທາດນິວເຄຼຍ ແລະ ພາກປັບປຸງຂອງສົນທິສັນຍາກໍໄດ້ຮັບການອະນຸມັດຜ່ານແລ້ວ ແລະ ຍືນສະເໜີຕໍ່ທ່ານປະທານປະເທດເພື່ອຕົກລົງໂດຍໄວ.