ຫວຽດນາມ ຫວັງຢາກເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດກັບຍີ່ປຸ່ນ ເລິກເຊິ່ງກ່ວາອີກ

(VOVWORLD) - ເມື່ອຕອບສຳພາດຕໍ່ສື່ມວນຊົນ ຍີ່ປຸ່ນ ກ່ອນການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການແຕ່ວັນທີ 4 -8 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງຄວາມຫວັງຢາກເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນຂອງພາກພື້ນ.
ຫວຽດນາມ ຫວັງຢາກເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດກັບຍີ່ປຸ່ນ ເລິກເຊິ່ງກ່ວາອີກ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  

ທ່ານນາຍົກລັດຖະມົນຕີ ເນັ້ນໜັກທັດສະນະສ້າງການພົວພັນສະໜິດສະໜົມກ່ວາອີກກັບ ຍີ່ປຸ່ນ, ເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດ, ວາງຄາດໝາຍຮອດປີ 2020 ເພີ່ມລະດັບການລົງທຶນ ແລະ ວົງເງິນການຄ້າ 2 ສົ້ນເພີ່ມຂຶ້ນທົບ 2 ເທົ່າ.

        ໃນບົດຂຽນ “ນາຍົກລັດຖະມົນຕີ ຫວຽດນາມ: ຮ່ວມມືເພື່ອປະຕິບັດ TPP”, ໜັງສືພິມ Nikkei  ສະບັບອອກຕອນເຊົ້າວັນທີ 3 ມິຖຸນາ ໄດ້ຄັດສະເໜີຄຳເວົ້າຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊຶ່ງເນັ້ນໜັກສັນຍາຂ້າມປາຊີຟິກ (TPP) ແມ່ນສັນຍາເຊື່ອມຈອດເສດຖະກິດພາກພື້ນ ອາຊີ - ປາຊີຟິກ, ດ້ວຍຄວາມໝາຍພ້ອມກັນພັດທະນາ, ດັ່ງນັ້ນນີ້ແມ່ນສັນຍາມີຄວາມໝາຍສຳຄັນທີ່ສຸດ.

        ຕາມສຳນັກຂ່າວສານ Jiji ແລ້ວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນຮັກສາການຮ່ວມມືແໜ້ນແຟ້ນກັບບັນດາປະເທດເຂົ້າຮ່ວມ TPP, ໃນນັ້ນກ່ອນອື່ນໝົດແມ່ນ ຍີ່ປຸ່ນ.

        ຂ່າວໃນແວບໄຊຂອງສະຖານີໂທລະພາບ NHK ໃນວັນທີ 3 ມິຖຸນາ ໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊົມເຊີຍເລື່ອງບັນດາປະເທດໃນໂລກ, ໃນນັ້ນມີ ຍີ່ປຸ່ນ, ສະແດງຄວາມຮັບຜິດຊອບ, ປະກອບສ່ວນຕັ້ງໜ້າເຂົ້າໃນການຮັກສາຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ ຢູ່ທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ