ຫວຽດນາມ - ອົດສຕາລີ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມື ຄູ່ຮ່ວມມືຮອບດ້ານ

ຫວຽດນາມ - ອົດສຕາລີ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມື ຄູ່ຮ່ວມມືຮອບດ້ານ - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​
ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນ​ຕີອົດສຕາ​ລີ
(ພາບ: chinhphu.vn)


(vovworld) - ຢູ່​ນອກ​ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນ ​​ເຊິ່ງ​ໄດ້​ຈັດ​ຕັ້ງ​ຢູ່​ປະ​ເທດ​ບຣຸ​ໄນ, ຕອນ​ເຊົ້າ​ວັນ​ທີ 10 ຕຸລາ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນ​ຕີອົດສຕາ​ລີ Tony Abbott, ​​ເພື່ອແລກປ່ຽນ​ບັນດາ​ມາດ​ຕະການຊຸກ​ຍູ້​ການ​ພົວພັນ​ຮ່ວມ​ມືຢ່າງ​ແຮງ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ​. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຢືນຢັນ​ຄວາມ​ປາດ​ຖະໜາ​ຂອງ​ຫວຽດນາມ ກັບ​ອົດສຕາ​ລີ ​ເພື່ອ​ແນ​ໃສ່​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຢ່າງ​ແທດ​ຈິງ​ໃຫ້​ແກ່​ການພັ​ດທະ​ນາ​ລວມຂອງ​ທັງ​ 2 ປະ​ເທດ ກໍ່​ຄື​​ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ, ການພັດທະນາ​​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​​ໂລກ. ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ສະ​ເໜີ​ໃຫ້ 2 ຝ່າຍ​ຈັດການແລກປ່ຽນ, ​ເຈລະຈາ​ໂດຍ​ໄວ ​ເພື່ອ​ລົງ​ນາມ​ໃນ​ສັນຍາ​ໜູນ​ຊ່ວຍ​ດ້ານ​ກົດໝາຍ, ໜູນ​ຊ່ວຍ​ບັນດາ​ຜະລິດ​ຕະພັນ​ກະ​ເສດ - ສິນ​ໃນ​ນ້ຳຂອງ​ຫວຽດນາມ ​ໃຫ້ສຳ​ພັດ​​ເຂົ້າ​ຕະຫຼາດ​ອົດສຕາ​ລີ, ລົງ​ນາ​ມ​ໃນ​ຂໍ້​ຕົກລົງ​ກ່ຽວ​ກັບ​ໂຄງການ​ຄົນ​ງານ​ພັກຜ່ອນ​ໂດຍ​ໄວ. ທ່າ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ກໍ່​ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ອົດສຕາ​ລີ ຈະສືບ​ຕໍ່​ສະໜັບສະໜູນ​ຫຼັກ​ໝັ້ນ​ລວມຂອງ​ອາ​ຊຽນ ​ໃນ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ສະໜັບສະໜູນ​ການ​ແກ້​ໄຂ​ບັນດາການ​ພິພາດ​​ໂດຍ​ສັນຕິ​ວິທີ, ບົນ​ພື້ນ​ຖານ​ກົດໝາຍ​ສາກົນ, ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ.

        ທ່ານ​ນາຍົກລັດຖະມົນ​ຕີ ອົດສຕາ​ລີ Tony Abbott ຢືນຢັນ​ຄວາມ​ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ກັບ​ຫວຽດນາມ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ, ອຸປະຖຳ​ແກ່​ການ​ພັດທະນາ, ການ​ສຶກສາ​ບຳລຸງ​ສ້າງ... ທ່ານ​ນາຍົກລັດຖະມົນ​ຕີ Tony Abbott ສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່​ສົມທົບ​ກັນ​ ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນຢ່າງ​ແໜ້ນ​​ແຟ້ນ, ​ໃນ​ນັ້ນ​ມີ​ການ​ຮ່ວມມື​ປ້ອງ​ກັນ​ຄວາມສະຫງົບ​ບົນ​ເລ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ສະກັດ​ກັ້ນ​ການ​ປະ​ທະ​ກັນ, ໜູນ​ຊ່ວຍ​ມະນຸດສະທຳ.

ຂ່າວ/ບົດ​ອື່ນ