ຫວຽດ​ນາມ - ອີ​ຕ​າ​ລີ​ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​ສົ​ມ​ທົບ​ກັນ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອງ​ຝ່າ​ຍ ແລະ ຫຼາຍ​ຝ່າຍ

(VOVWORLD) -ຕອນບ່າຍວັນທີ 19 ພຶດສະພາ, ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Luigi Di Maio ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນອີຕາລີ, ເພື່ອແລກປ່ຽນບັນດາມາດຕະການສົມທົບກັນປ້ອງກັນ, ສະກັດກັ້ນໂລກລະບາດ, ເພີ່ມທະວີການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍລະຫວ່າງສອງປະເທດ,

ຫວຽດ​ນາມ - ອີ​ຕ​າ​ລີ​ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​ສົ​ມ​ທົບ​ກັນ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອງ​ຝ່າ​ຍ ແລະ ຫຼາຍ​ຝ່າຍ - ảnh 1ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ

(ພາບ: dangcongsan.vn)

ໃນການໂອ້ລົມທາງໂທລະສັບ, ໂດຍຕີລາຄາສູງຜົນສຳເລັດຂອງຫວຽດນາມໃນວຽກງານຮັບມືກັບໂລກລະບາດ Covid - 19. ທ່ານ Luigi Di Maioໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລ້ຳຄ່າເຊິ່ງລັດຖະບານແລະປະຊາຊົນຫວຽດນາມສະຫງວນໃຫ້ລັດຖະບານ ແລະ ປະຊາຊົນອີຕາລີໃນໄລຍະທີ່ປະສົບກັບຄວາມຫຍຸ້ງຍາກ, ທ່ານກໍ່ຕີລາຄາວ່າ ນີ້ແມ່ນກິລິຍາການກະທຳທີ່ສະແດງໃຫ້ເຫັນນ້ຳໃຈມິດຕະພາບ ແລະ ຄວາມສາມັກຄີລະຫວ່າງສອງປະເທດ.

        ທາງດ້ານການພົວພັນສອງຝ່າຍ, ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ, ເຫັນດີຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນລະຫວ່າງສອງປະເທດເມື່ອສະພາບການກັບຄືນສູ່ເປັນປົກກະຕິ, ພ້ອມທັງເພີ່ມທະວີບັນດາກົນໄກປຶກສາຫາລື ແລະ ປະສານງານການພົວພັນເພື່ອກຳນົດທິດຜັນຂະຫຍາຍການຮ່ວມມືຫວຽດນາມ - ອີຕາລີໃນບັນດາຂົງເຂດຄື ເສດຖະກິດ -ການຄ້າ, ວິທະຍາສາດ - ເຕັກໂນໂລຢີ, ວັດທະນະທຳ - ການສຶກສາຢ່າງມີປະສິດທິຜົນໃນໄລຍະໃໝ່. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ສົມທົບກັນ ຢ່າງແໜ້ນແຟ້ນໃນບັນດາບັນຫາສາກົນ ແລະ ຊຸກຍູ້ການພົວພັນລະຫວ່າງ ອາຊຽນ ແລະ ອີຕາລີໃນປີຫວຽດນາມດຳລົງຕຳແໜ່ງເປັນ ປະທານອາຊຽນ 2020 ແລະ ກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021.

ຕອບກັບ

ຂ່າວ/ບົດ​ອື່ນ