ຫວຽດນາມ ອາດຈະເປັນປະຕູສໍາຄັນສໍາລັບບັນດາວິສາຫະກິດ ແລະ ສິນຄ້າຂອງ ອິນເດຍ

(VOVWORLD) -  ຫວຽດນາມ ຍາມໃດກໍຊົມເຊີຍບັນດາວິສາຫະກິດອິນເດຍ ທີ່ມີຄວາມສົນໃຈ, ລົງທຶນ ກໍຄືເຊື່ອມຕໍ່, ເຄື່ອນໄຫວດ້ານການຄ້າດໍາເນີນທຸລະກິດກັບບັນດາວິສາຫະກິດຫວຽດນາມ.
ຫວຽດນາມ ອາດຈະເປັນປະຕູສໍາຄັນສໍາລັບບັນດາວິສາຫະກິດ ແລະ ສິນຄ້າຂອງ ອິນເດຍ - ảnh 1 ເວທີປາໄສສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວຫວຽດນາມ - ອິນເດຍ (ພາບ: TTXVN)

ຜ່ານສະຖານທູດ ຫວຽດນາມ ປະຈໍາ ອິນເດຍ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດຕັ້ງ ເວທີປາໄສສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວຫວຽດນາມ - ອິນເດຍ ຂຶ້ນໃນວັນທີ 13 ພະຈິກຢູ່ນະຄອນຫຼວງ New Delhi, ເຊິ່ງແມ່ນການເຄື່ອນໄຫວພົ້ນເດັ່ນໃນ “ເດືອນຫວຽດນາມ” ເຫດການມີການເຂົ້າຮ່ວມຂອງຜູ້ແທນກວ່າ 200 ທ່ານ ທີ່ມາຈາກບັນດາວິສາຫະກິດຫວຽດນາມ ແລະ ອິນເດຍ, ນັກຊ່ຽວຊານ ແລະ ນັກຮຽນຮູ້ກ່ຽວກັບດ້ານເສດຖະກິດ-ການຄ້າ.

        ກ່າວຄໍາເຫັນຢູ່ເວທີປາໄສ, ທ່ານ ໂດ໊ກວ໊ກຮຶງ, ຮອງຫົວໜ້າກົມ ອາຊີ ອາຟະລິກາ (ກະຊວງອຸດສາຫະກໍາ ແລະ ການຄ້າ) ເປັນຫົວໜ້າຄະນະສົ່ງເສີມການຄ້າແຫ່ງຊາດຂອງກະຊວງອຸດສາຫະກໍາ ແລະ ການຄ້າ ຢັ້ງຢືນວ່າ ຫວຽດນາມ ອາດຈະເປັນປະຕູສໍາຄັນ ໃຫ້ແກ່ບັນດາວິສາຫະກິດ ແລະ ສິນຄ້າອິນເດຍ ເຂົ້າມາຍັງພາກພື້ນ ເຊິ່ງແມ່ນຕະຫຼາດໃຫຍ່ໃນໂລກຄື ອາຊຽນ, ສັນຍາການຄ້າເສລີ 12 ສະບັບເຊິ່ງຫວຽດນາມ ໄດ້ລົງນາມ.

        ຫວຽດນາມ ຍາມໃດກໍຊົມເຊີຍບັນດາວິສາຫະກິດອິນເດຍ ທີ່ມີຄວາມສົນໃຈ, ລົງທຶນ ກໍຄືເຊື່ອມຕໍ່, ເຄື່ອນໄຫວດ້ານການຄ້າດໍາເນີນທຸລະກິດກັບບັນດາວິສາຫະກິດຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ