ຫວຽດ​ນາມ - ອາ​ເມ​ລິ​ກາ ​ປຶກ​ສາ​ຫາ​ລື​ດ້ານ​ປ້ອງ​ກັນ​ຊາດ

(VOVWORLD) -  ທີ່ການຕ້ອນຮັບ, ທ່ານພົນຈັດຕະວາ Stephen Sklenka ໄດ້ແຈ້ງໃຫ້ຊາບກ່ຽວກັບໝາກຜົນອັນດີງາມຂອງການເຮັດວຽກລະຫວ່າງ ຄະນະຜູ້ແທນກົມແຜນການຍຸດທະສາດ ແລະ ກຳນົດນະໂຍບາຍ ກັບ ກົມພົວພັນການຕ່າງປະເທດ (ກະຊວງປ້ອງກັນປະເທດ ຫວຽດນາມ). 
ຫວຽດ​ນາມ - ອາ​ເມ​ລິ​ກາ ​ປຶກ​ສາ​ຫາ​ລື​ດ້ານ​ປ້ອງ​ກັນ​ຊາດ - ảnh 1 ທ່ານພົນໂທ ຫງວຽນຈີວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມໃຫ້ການຕ້ອນຮັບທ່ານ Daniel J. Kritenbrink, ເອກອັກຄະລັດຖະທູດ ອາເມລິກາປະຈຳ ຫວຽດນາມ

ວັນທີ 27 ກັນຍາ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຫງວຽນຈີວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ໃຫ້ການຕ້ອນຮັບທ່ານ Daniel J. Kritenbrink, ເອກອັກຄະລັດຖະທູດ ອາເມລິກາປະຈຳ ຫວຽດນາມ, ແລະ ຄະນະຜູ້ແທນກົມແຜນການຍຸດທະສາດ ແລະ ວາງກຳນົດນະໂຍບາຍ (ກອງບັນຊາການມະຫາສະໝຸດອິນເດຍ -ປາຊີຟິກ ຂອງ ອາເມລິກາ), ເນື່ອງໃນໂອກາດຄະນະມາເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາມ - ອາເມລິກາ.

        ທ່ານ  Daniel J. Kritenbrink ຖືວ່າ ການຮ່ວມມືດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບແມ່ນຈຸດພົ້ນເດັ່ນໃນການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງການພົວພັນອັນດີງາມລະຫວ່າງກອງທັບສອງປະເທດຈະສືບຕໍ່ໄດ້ຮັບການປັບປຸງ, ພັດທະນາ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຮ່ວມມືລະຫວ່າງສອງປະເທດ.

        ທີ່ການຕ້ອນຮັບ, ທ່ານພົນຈັດຕະວາ Stephen Sklenka ໄດ້ແຈ້ງໃຫ້ຊາບກ່ຽວກັບໝາກຜົນອັນດີງາມຂອງການເຮັດວຽກລະຫວ່າງ ຄະນະຜູ້ແທນກົມແຜນການຍຸດທະສາດ ແລະ ກຳນົດນະໂຍບາຍ ກັບ ກົມພົວພັນການຕ່າງປະເທດ (ກະຊວງປ້ອງກັນປະເທດ ຫວຽດນາມ). ຕາມນັ້ນແລ້ວ, ສອງອົງການລ້ວນແຕ່ເຫັນດີເປັນເອກະພາບໃນການສ້າງເສັ້ນທາງ, ແຜນການເພື່ອແນໃສ່ຊຸກຍູ້ການປະຕິບັດໂຄງການຮ່ວມມືດ້ານປ້ອງກັນຊາດລະຫວ່າງກະຊວງປ້ອງກັນປະເທດສອງປະເທດເຊິ່ງໄດ້ກຳນົດໃນປີ 2019 ແລະ ໃນຊຸມປີຕໍ່ໆໄປ.

        ທ່ານພົນໂທ ຫງວຽນຈີ໊ວິງ ມີຄວາມປາດຖະໜາວ່າ ສອງຝ່າຍຈະສືບຕໍ່ກໍ່ສ້າງ ແລະ ຍູ້ແຮງບັນດາແຜນການຮ່ວມມືໃນອະນາຄົດ, ເປັນຕົ້ນແມ່ນບັນດາຂົງເຂດການເດີນເຮືອ, ຄວາມໝັ້ນຄົງທາງທະເລ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ປະກອບສ່ວນກໍ່ສ້າງຕັ້ງພາກພື້ນ ມະຫາສະໝຸດ ອິນເດຍ - ປາຊີຟິກ ໃຫ້ນັບມື້ນັບມີສະຖຽນລະພາບ, ສັນຕິພາບ ແລະ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ