ຫວຽດນາມ ຮ່ວມແຮງຮ່ວມໃຈປົກປ້ອງສິ່ງມີຊີວິດຢູ່ໜ່ວຍໂລກ

(VOVWORLD) -ກະຊວງສັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ຈັດການເຄື່ອນໄຫວຈຳນວນໜຶ່ງເພື່ອສະໜັບສະໜູນວັນປົກປ້ອງຊັ້ນ ozon ສາກົນ, ປະກອບສ່ວນຫຼາຍພໍສົມຄວນເຂົ້າໃນຜົນສຳເລັດຂອງອະນຸສັນຍາ Montreal ໃນການປົກປ້ອງຊັ້ນ ozon
ຫວຽດນາມ ຮ່ວມແຮງຮ່ວມໃຈປົກປ້ອງສິ່ງມີຊີວິດຢູ່ໜ່ວຍໂລກ - ảnh 1(ພາບປະກອບ: TTXVN)

        ວັນປົກປ້ອງຊັ້ນ ozon ສາກົນ ໄດ້ຈັດຂຶ້ນໃນວັນທີ 16 ກັນຍາ ປະຈຳປີ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈກ່ຽວກັບອະນຸສັນຍາ Montreal ກ່ຽວກັບທາດຊະນິດຕ່າງໆທີ່ເຮັດໃຫ້ຊັ້ນ ozon ຖືກຊຸດໂຊມ, ຍົກສູງຄວາມຮັບຮູ້ ແລະ ສົ່ງສານກ່ຽວກັບການປົກປ້ອງຊັ້ນ ozon ເຖິງທົ່ວສັງຄົມ. ປີ 2022, ດ້ວຍຫົວຂໍ້ “ຮ່ວມແຮງຮ່ວມໃຈປົກປ້ອງສິ່ງມີຊີວິດຢູ່ໜ່ວຍໂລກ”, ກະຊວງສັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ຈັດການເຄື່ອນໄຫວຈຳນວນໜຶ່ງເພື່ອສະໜັບສະໜູນວັນປົກປ້ອງຊັ້ນ ozon ສາກົນ, ປະກອບສ່ວນຫຼາຍພໍສົມຄວນເຂົ້າໃນຜົນສຳເລັດຂອງອະນຸສັນຍາ Montreal ໃນການປົກປ້ອງຊັ້ນ ozon, ປົກປ້ອງສິ່ງມີຊີວິດຢູ່ໜ່ວຍໂລກ. ພ້ອມກັບປະຊາຄົມສາກົນ, ຫວຽດນາມ ໄດ້ມານະພະຍາຍາມຜັນຂະຫຍາຍບັນດາການເຄື່ອນໄຫວເພື່ອປົກປ້ອງຊັ້ນ ozon, ຄວບຄຸມ ແລະ ປັດເຂ່ຍທາດຊະນິດຕ່າງໆທີ່ເຮັດໃຫ້ຊັ້ນ ozon ຖືກຊຸດໂຊມ (CFC, Halon, CTC, HCFC, Methyl Bromide)… ນອກນັ້ນ, ກະຊວງສັບພະຍາກອນ ແລະ ສິ່ງແວດລ້ອມ ກໍ່ເປັນເຈົ້າການສ້າງ, ຍື່ນສະເໜີຕໍ່ນາຍົກລັດຖະມົນຕີ ປະກາດໃຊ້ແຜນການແຫ່ງຊາດກ່ຽວກັບການຄຸ້ມຄອງ, ປັດເຂ່ຍທາດຊະນິດຕ່າງໆທີ່ເຮັດໃຫ້ຊັ້ນ ozon ຖືກຊຸດໂຊມ, ທາດກໍ່ໃຫ້ເກີດການປ່ອຍອາຍພິດເຮືອນແກ້ວໄດ້ຮັບການຄວບຄຸມ ກ່ອນວັນທີ 31 ທັນວາ 2023.

ຕອບກັບ

ຂ່າວ/ບົດ​ອື່ນ