ຫວຽດນາມ ຮຽກຮ້ອງບັນດາຝ່າຍຢູ່ອີຢີບລະງັບໃຈ

ຫວຽດນາມ ຮຽກຮ້ອງບັນດາຝ່າຍຢູ່ອີຢີບລະງັບໃຈ - ảnh 1
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລືອ​ງ​ແທງ​ງິ້
(ພາບອິນເຕີແນດ)

(vovworld) – ວັນ​ທີ 22/8, ​ເມື່ອ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ທັດສະນະ​ຂອງ​ຫວຽດນາມ ຕໍ່​ສະພາບ​ໃຊ້​ຄວາມ​ຮຸນ​ແຮງ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຢູ່​ອີ​ຢີບ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລືອ​ງ​ແທງ​ງິ້ ຊີ້​ແຈ້ງວ່າ:

ຫວຽດນາມ​ ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງຕໍ່ໜ້າ​ສະພາບ​ໃຊ້​ຄວາມ​ຮຸນ​ແຮງ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ໃນ​ປະຈຸ​ບັນ​ຢູ່​ອີ​ຢີບ, ອັນ​ໄດ້​ກໍ່​ຄວາມ​ເສຍ​ຫາຍ​ໃຫ້​ສາມັນ​ຊົນ. ພວກ​ຂ້າພະ​ເຈົ້າ​ຮຽກຮ້ອງ​ບັນດາຝ່າຍ​ກ່ຽວຂ້ອງ​ຢູ່ອີ​ຢີບ ລະງັບ​ໃຈ, ບໍ່​ປະ​ໃຫ້ການ​ໃຊ້​ຄວາມ​ຮຸນ​ແຮງ​ເພີ່ມ​ຂຶ້ນ, ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ທັງ​ໝົດ​ຜ່ານ​ການ​ເຈລະຈາ​ສັນຕິ​ວິທີ ​ເພື່ອ​ໃຫ້​ອີ​ຢີບ ມີ​ສະຖຽນ​ລະ​ພາບ​ໂດຍ​ໄວ ​ແລະ ສືບ​ຕໍ່​ພັດທະນາ“.

ກ່ຽວ​ກັບ​ບັນຫາ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ພົນລະ​ເມືອງ​ຫວຽດນາມ​ ທີ່​ພວມ​ດຳລົງ​ຊີວິດ, ຮຳ່ຮຽນ ​ແລະ ​ເຮັດ​ວຽກ​ຢູ່​ອີ​ຢີບ. ທ່ານ ​ເລືອ​ງ​ແທງ​ງິ້ ຢືນຢັນ​ວ່າ, ປະຈຸ​ບັນ​ສະຖານທູດ​ຫວຽດນາມ​ ປະຈຳ​ອີ​ຢີບຍັງ​ຄົງ​ເຄື່ອນ​ໄຫວ​ເປັນ​ປົກກະຕິ. ​ແຕ່​ຫວຽດນາມ ກໍ່​ໄດ້​ຕິດ​ແທດ​ກັບ​ສະພາບ​ການ ​ເພື່ອ​ມີ​ບັນດາ​ມາດ​ຕະການ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ພົນລະ​ເມືອງ​ຫວຽດນາມ ​ຢູ່​ອີ​ຢີບ ກໍ່​ຄື​ບັນດາ​ເຈົ້າ​ໜ້າ​ທີ່ ການ​ທູດ.

ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ ທີ່​ສະ​ເໜີ​ໃຫ້​ຮູ້ວິຈານຂອງ​ຫວຽດນາມ ຕໍ່​ເລື່ອງ​ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ ​ຕົກລົງ​ຈັດ​ວາງ​ອັດຕາພາສີ​ຕ້ານການ​ອຸດໜູນ​​ລາຄາສຳລັບ​ບັນດາ​ວິ​ສາ​ຫະກິດ​ຜະລິດ, ສົ່ງ​ອອກ​ກຸ້ງ​ແຊ​ເຢັນ​ຫວຽດນາມ. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລືອ​ງ​ແທງ​ງິ້ ຢືນຢັນ​ວ່າ. ນັບ​ແຕ່​ຫຼາຍ​ປີ​ມາ​ນີ້, ຂະ​ແໜງ​ກຸ້ງ​ຫວຽດນາມ ​ໄດ້​ເຄື່ອນ​ໄຫວ​ຕາມ​ກົນ​ໄກ​ການ​ຕະຫຼາດ ​ແລະ ບໍ່​ໄດ້​ຮັບ​ການ​ອຸດ​ໜູນ​ລາຄາຈາກ​ລັດຖະບານ. ຫວຽດນາມ ຫວັງ​ວ່າ​ຄະນະ​ກຳມະການ​ການ​ຄ້າ​ສາກົນ​ຂອງ​ອາ​ເມ​ລິ​ກາ ຈະ​ມີ​ຂໍ້​ຕົກລົງ​ຢ່າງ​ພາວະ​ວິ​ໄສ, ຍຸຕິ​ທຳສຳລັບ​ຜະລິດ​ຕະພັນກຸ້ງ​ແຊ​ເຢັນ​ນຳ​ເຂົ້າ​ຈາກຫວຽດນາມ, ​ແລະ​ເໝາະ​ສົມ​ກັບ​ເນື້ອ​ໃນ​ຈິດ​ໃຈ​ການ​ຄ້າ​ເສລີ, ສະ​ເໝີ​ພາບ ກໍ່​ຄື​ການ​ພົວພັນ​ທາງ​ດ້ານ​ເສດຖະກິດ, ການ​ຄ້າ​ທີ່​ພວມ​ພັດທະນາ​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ