ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນ​ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍມະນຸດສະທຳໃຫ້ ຊີ​ຣີ

(VOVWORLD) -ໃນວັນທີ 16 ມິຖຸນາ, ທ່ານ Geir Pedersen ທູດພິເສດຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ ກ່ຽວກັບ ຊີຣີ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບສະພາບຄວາມຫຍຸ້ງຍາກຂອງປະຊາຊົນ ຊີຣີ ນັບຫຼາຍລ້ານຄົນທີ່ກອງປະຊຸມທາງອອນລາຍປະຈຳເດືອນກ່ຽວກັບສະພາບການ ຊີຣີ ຂອງ ສະພາຄວາມໝັ້ນຄົງສະຫະປະຊາຊາດ. 
ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນ​ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍມະນຸດສະທຳໃຫ້ ຊີ​ຣີ - ảnh 1ກອງປະຊຸມທາງອອນລາຍປະຈຳເດືອນກ່ຽວກັບສະພາບການ ຊີຣີ ຂອງ ສະພາຄວາມໝັ້ນຄົງສະຫະປະຊາຊາດ (ພາບ: TTXVN) 

ທ່ານ Pedersen ໃຫ້ຮູ້ວ່າ ສະພາບການຄວາມໝັ້ນຄົງຢູ່ເຂດທາງທິດຕາເວັນຕົກສ່ຽງເໜືອຂອງ ຊີຣີ ສືບຕໍ່ມີສະຖຽນລະພາບພໍສົມຄວນພາຍຫຼັງຂໍ້ຕົກລົງຢຸດຍິງລະຫວ່າງ ລັດເຊຍ ແລະ ຕວກກີ, ແຕ່ຍັງມີສິ່ງທ້າທາຍໃດໜຶ່ງ.

ກໍ່ທີ່ກອງປະຊຸມທາງອອນລາຍ, ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງຕອບສະໜອງຄຳຮຽກຮ້ອງຢຸດຍິງຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ ແລະ ທູດພິເສດ, ຮັກສາສະພາບການຢູ່ ຊີຣີ ໃຫ້ມີຄວາມໝັ້ນຄົງມີສະຖຽນລະພາບເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ການປຶກສາຫາລື, ຊອກຫາມາດຕະການດ້ານການເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ