ຫວຽດນາມ ເຂົ້າຮ່ວມ ກອງປະຊຸມສຳມະນາ ສາກົນກ່ຽວກັບແມ່ຍິງ ຢູ່ອາຟະລິກາໃຕ້
(ພາບປະກອບ)
(vovworld) - ຢູ່ Pretoria, ແຕ່ວັນທີ 08 - 09/03, ເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ 08/03 ແລະ ພິທີສະເຫຼີມສະຫຼອງ 20 ແຫ່ງວັນເສລີພາບ ແລະ ປະຊາທິປະໄຕປະເທດອາຟະລິກາໃຕ້, ກະຊວງປ້ອງກັນປະເທດ ແລະ ອະດິດນັກຮົບອາຟະລິກາໃຕ້ ໄດ້ຈັດຕັ້ງກອງປະຊຸມສຳມະນາສາກົນ ເພື່ອແນໃສ່ເຊີດຊູບັນດາອະດິດນັກຮົບຍິງໃນບັນດາສົງຄາມປົດປ່ອຍຊາດ ໃນເມື່ອກ່ອນ ກໍ່ຄືໃນວິວັດການສ້າງລະບອບປະຊາທິປະໄຕໃນປະຈຸບັນ. ພາຍໃຕ້ຫົວຂໍ້ວ່າ “ອະດີດນັກຮົບຍິງ - ພ້ອມກັນຊຸກຍູ້ຄວາມກ້າວໜ້າ”, ກອງປະຊຸມສຳມະນາແມ່ນໂອກາດເພື່ອໃຫ້ບັນດາອະດິດນັກຮົບຍິງອາຟະລິກາໃຕ້ ແລະ ສາກົນຫວນຄືນປະຫວັດສາດທີ່ສະຫງ່າອົງອາດໃນການຕໍ່ສູ້, ແບ່ງປັນບົດຮຽນ, ພ້ອມທັງແລກປ່ຽນບົດຮຽນເພື່ອແນໃສ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນຜ່ານຜ່າບັນດາສິ່ງທ້າທາຍທີ່ໄດ້ວາງອອກ ແລະ ປະກອບສ່ວນເຂົ້າໃນພາລະກິດສ້າງສາຊີວິດອັນດີງາມກວ່າໃຫ້ທຸກໆຄົນ, ພິເສດແມ່ນແມ່ຍິງ.
ຕາງໜ້າໃຫ້ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມສຳມະນາ, ທ່ານນາງ ລິວທິທູຮ່າ, ນັກວິຊາການກະຊວງການຕ່າງປະເທດຫວຽດນາມ ໄດ້ອ່ານບົດປະກອບຄຳເຫັນຊີ້ແຈ້ງບົດບາດສຳຄັນຂອງແມ່ຍິງຫວຽດນາມ ໃນພາລະກິດຕໍ່ສູ້ຍາດເອົາຄວາມເສລີພາບ, ເອກະລາດ ໃນເມື່ອກ່ອນ ກໍ່ຄືໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປະຈຸບັນ. ບົດປະກອບຄຳເຫັນໄດ້ຮັບການຕີລາຄາສູງທີ່ກອງປະຊຸມ.