ຫວຽດນາມ ເຂົ້າຮ່ວມ ຄ້າຍຊາວໜຸ່ມອາຊຽນ ຢູ້ສິງກະໂປ

ຫວຽດນາມ ເຂົ້າຮ່ວມ ຄ້າຍຊາວໜຸ່ມອາຊຽນ ຢູ້ສິງກະໂປ - ảnh 1
ຄ້າຍ​ຊາວ​ໜຸ່ມ​ອາ​ຊຽນ (ASEAN Youth Camp) ປີ 2013
(ພາບ: TTXVN)


(vovworld) - ​ຊາວ​ໜຸ່ມ​ດີ​ເດັ່ນ 5 ຄົນ​ຂອງ​ຫວຽ​ດນາມ ພ້ອມ​ກັບຊາ​ວໜຸ່ມ 40 ຄົນ​ທີ່​ມາ​ຈາກ 9 ປະ​ເທດ​ສະມາຊິກ​ຂອງ​ອາ​ຊຽນ ພວມ​ເຂົ້າ​ຮ່ວມ​ຄ້າຍ​ຊາວ​ໜຸ່ມ​ອາ​ຊຽນ (ASEAN Youth Camp) ປີ 2013 ຢູ່​ສິງກະ​​ໂປ. ​ຄ້າຍ​ຊາວ​ໜຸ່ມ​ອາ​ຊຽນ ​ໄດ້​ຈັດ​ຕັ້ງ 2 ປີ​ເທື່ອ​ໜຶ່ງ, ​ເພື່ອ​ແນ​ໃສ່​ຊ່ວຍ​ໃຫ້​ຊາວ​ໜຸ່ມ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ພົບ​ປະ, ​ພ້ອມ​ກັນ​ເຮັດ​ວຽກ ​ແລະ ຊອກຮູ້​ກ່ຽວ​ກັບ​ບັນດາ​ພື້ນຖານ​ວັດທະນະທຳ ​ແລະ ປະ​ຫວັດ​ສາດ​ທີ່ເປັນ​​ຫຼາຍ​ຮູບ​ຫຼາຍ​​ແບບ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ໜ, ມຸ່ງ​ໄປ​ເຖິງ​ຄວາມ​ສາມັກຄີ​ທີ່​ໃຫຍ່​ກວ່າ ​ແລະ ​ເຂົ້າ​​ໃຈ​ເຊິ່ງກັບ ​ແລະ ກັນ​ກວ່າ ​ເພື່ອ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ ​ໃນ​ປີ 2015 ຢ່າງ​​ແຮງ. ​ຄ້າຍ​ຊາວ​ໜຸ່ມ​ອາ​ຊຽນ ປີ 2013 ຖືກ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 26 ສິງຫາ - 1 ກັນຍາ, ດ້ວຍ​ຫົວ​ຂໍ້​ວ່າ “​ຊາວ​ໜຸ່ມ​ອາ​ຊຽນ ສາມັກຄີ, ພ້ອມ​ກັນ​ສະ​ເຫຼີ​ມສະຫຼອງ”. ປີ 2013 ນີ້, ຄະນະ​ຊາວ​ໜຸ່ມ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມກອງ​ປະຊຸມ​ສຳ​ມະ​ນາ 8 ຄັ້ງ​ກ່ຽວ​ກັບ 4 ຂົງ​ເຂດ​ຄື: ​ດົນ​ຕີ​ພື້ນ​ເມືອງ, ຟ້ອນ​ພື້ນ​ເມືອງ, ຈິດຕະກຳ ​ແລະ ຖ່າຍຮູບ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້, ຊາວ​ໜຸ່ມ​ຫວຽດນາມ ​ໄດ້​ແລກປ່ຽນ​ບົດຮຽນ​ທາງ​ດ້ານວິຊາ​ຊີບກັບ​ເພື່ອນ​ມິດ​ປະ​ເທດ​ອື່ນ​ໃນ​ພາກ​ພື້ນ, ພ້ອມ​ທັງ​​ແນະນຳບັນດາ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ສິລະ​ປະ​ຫວຽດນາມ.
ຂ່າວ/ບົດ​ອື່ນ