ຫວຽດນາມ ເຂົ້າຮ່ວມ ງານວາງສະແດງ ການບິນໃຫຍ່ກວ່າໝູ່ ຢູ່ອາຊີ

ຫວຽດນາມ ເຂົ້າຮ່ວມ ງານວາງສະແດງ ການບິນໃຫຍ່ກວ່າໝູ່ ຢູ່ອາຊີ - ảnh 1
ງານ​ວາງສະ​ແດງ​ການບິນ​ ສິງກະ​ໂປ 2014
(ພາບ: antoangiaothong.gov.vn)


(vovworld) - ວັນ​ທີ 11/02, ງານ​ວາງສະ​ແດງ​ການບິນ​ ສິງກະ​ໂປ 2014 (Singapore Airshow 2014), ​ຖືກ​​ໄຂ​ຂຶ້ນ​ຢູ່​ສູນ​ວາງສະ​ແດງ Changi, ​​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ງານ​ວາງສະ​ແດງ​ການບິນ​ຜົນລະ​ເຮືອນ ​ແລະ ປ້ອງ​ກັນຊາ​ດສຳຄັນ​ທີ່​ສຸດ​ໃນ​ໂລກ ​ແລະ ​ໃຫຍ່​ກວ່າ​ໝູ່​ຢູ່​ອາຊີ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ດິງລາ​ທັງ ນຳ​ໜ້າ​ເຂົ້າ​ຮ່ວມ​ເຫດການ. ບັນດາ​ຜູ້​ແທນ​ໄດ້​ຢ້ຽມ​ຊົມ​ເຂດ​ວາງສະ​ແດງ​ເຮືອບິນ​ປະ​ເພດ​ຕ່າງໆ, ຜະລິດ​ຕະພັນ​ການ​ບິນ ​ແລະ ປ້ອງ​ກັນຊາ​ດ​ທີ່ກ້າວໜ້າ​ກວ່າ​ໝູ່​ໃນ​ປະຈຸ​ບັນ. ຢູ່​ Singapore Airshow 2014, ​ເປັນ​ຄັ້ງ​ທຳ​ອິດ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດ​ຫວຽດນາມ​ແຫ່ງ​ໜຶ່ງ ​ແມ່ນ​ບໍລິສັດ​ບໍລິການ​ເຕັກນິກ​ການບິນ (AECS). ທ່ານລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ດິງລາ​ທັງ ​ໄດ້​ມາຢ້ຽມຢາມຮ້ານ​ວາງສະ​ແດງ ​ແລະ ​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ສະໜອງ​ການ​ບໍລິການ​ຝືກ​ອົບຮົມນັກ​ບິນ​ທີ່​ມີ​ຄຸນ​ນະພາ​ບສູງ​ຢູ່​ຫວຽດນາມ ​ລະຫວ່າງ AESC ກັບ​ກຸ່ມ​ບໍລິສັດ Mil Com, Aerospace Group ຂອງ ສິງກະ​ໂປ ​ແລະ Eagle Flight Training ຂອງ ນິວຊີ​ແລນ.

ຂ່າວ/ບົດ​ອື່ນ